ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງຮ່າໂນ້ຍ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງຮ່າໂນ້ຍ - ảnh 1

​​​ເລຂາທິການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ຮ່າ​ໂນ້ຍ

(ພາບ:TTXVN)

(vovworld) – ​ໃນ​ວັນ​ທີ 30/6 ​ແລະ 1/7, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຊຸດ​ທີ 13 ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ ສສຊ ຮ່າ​ໂນ້ຍ ມີ​ການ​ພົບ​ປະ​ກັບ​ຜູ້​ມິ​ສິດ​ເລືອກ​ຕັ້ງ​ຂອງ​​ຫົວໜ່ວຍ​ເລືອກ​ຕັ້ງ​ເລກ 1 ​ເຊິ່ງລວມມີ: ​ເມືອງ​ບາ​ດິ່ງ, ​ໂຮ່​ໄຕ ​ແລະ ຮ່ວານ​ກ໋ຽມ ​ເພື່ອລາຍ​ງານ​ໝາກຜົນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7. ທີ່​ການ​ພົບ​ປະ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫຼາຍ​ຄົນ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ ​ແລະ ຄັດຄ້ານຢ່າງ​ຮຸ​​ນ​ແຮງຕໍ່ການກະທຳ​ຂອງ ຈີນ ​ໂດຍ​ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ ​ແລະ ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ​ການ​ນຳ 2 ປະ​ເທດ, ​ໄດ້ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ​ໄຮ​ຢາງ 981 ​ເຂົ້າ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ລ່ວງ​ລ້ຳ​ອະທິປະ​ໄຕ​ຂອງ ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງຮ້າຍ​ແຮງ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ສະໜັບ​ສະ​ໜູນ​ການ​ປະພຶດ​ຂອງ ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ​ໃນ​ເຫດການ​ນີ້.

    ທ່ານ ຫງວຽນ​ຟູ໋ຈ້ອງ ​ແບ່ງປັນ​ບັນດາ​ຄຳ​​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕໍ່ໜ້າ​​ເລື່ອງ ຈີນ ລະ​​ເມີດ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ຂອງ ຫວຽດນາມ ​ແລະ ຖື​ວ່າ: ນີ້​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ, ຕ້ອງ​ມີ​ຄວາມຄ່ອງ​ແຄ້ວ​ໃນ​ການ​ແກ້​ໄຂ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃຫ້​ຮູ້​ວ່າ: ຫວຽດນາມ ຈະ​ຕໍ່ສູ້​ຢ່າງຮອບດ້ານ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມ​ໃນ​ຫຼາຍ​ດ້ານ​ດ້ວຍ​ຈິດ​ໃຈ​ທຸ່ມ​ທ່ຽງ, ລະມັດລະວັງ, ລະງັບ​​ໃຈບໍ່​ປະ​ໃຫ້​ເກີ​ດການ​ປະ​ທະ​ກັນ ​ແລະ ສົງຄາມ. ທ່ານ​ເລຂາທິການ​ໃຫຍ່ ຢືນຢັນ​ວ່າ: ຫວຽດນາມ ​ເດັດດ່ຽວ​ຕໍ່ສູ້​ກັບ ຈີນ​ດ້ວຍ​ມາດ​ຕະການ​ສັນຕິພາບ:

    “​ແຜນ​ນະ​ໂຍບາຍ​ຂອງ​ພວກ​ເຮົາ​ແມ່ນ​ຕໍ່ສູ້​ດ້ວຍ​ມາດ​ຕະການ​ສັນຕິພາບ, ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ, ດ້ວຍ​ການ​ເຈລະຈາ ສັນຕິພາບ​, ດ້ວຍ​ທຸກໆ​ມາດ​ຕະການ​ນັບ​ທັງ​ຕໍ່ສູ້​ດ້ານ​ນິຕິ​ກຳ. ພວກ​ເຮົາ​ກໍ່​ຕ້ອງ​ກະກຽມ​ທຸກໆ​ຄວາມ​ສາມາດ. ປະຈຸ​ບັນ, ບໍ່​ມີ​​ໃຜ​ຢາກ​ມີ​ສົງຄາມ, ການປະ​ທະ​ກັນ, ດັ່ງ​ນັ້ນ​ທຸກໆ​ການ​ກະທຳ, ​ຄຳ​ເວົ້າ​ຕ້ອງ​ຄິດ​ໄລ່​ຊັ່ງຊາ​ຢ່າງ​ຖີ່​ຖ້ວນ, ຮອບດ້ານ ​ແລະ ຕ້ອງ​ມີການ​ຊີ້​ນຳ​​ແບບ​ລວນ​ສູນເປັນ​ເອກະ​ພາບ, ສົມທົບ​ກັນ​ໃນ​ທຸກໆ​ແນວ​ຮົບ.”



ຂ່າວ/ບົດ​ອື່ນ