ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງຟູ໋ທໍ້

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງຟູ໋ທໍ້ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຖະຫວາຍທູບທຽນຢູ່ວິຫານ ເທື້ອງ
(ພາບ: Trí Dũng – TTXVN)

(​vovworld) – ​​​​ວັນ​ທີ 5/4, ທ່ານ​ເລຂາທິກ​ານ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ໄປ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ຟູ໋ທໍ້. ​ເນື່ອງ​ໃນ​ໂອກາດ​ພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮູ່ງ, ດ້ວຍ​ນ້ຳ​ໃຈ​ເຄົາລົບ, ນັບຖື, ສະ​ແດງ​ຄວາມ​ຮູ້​ບຸນ​​ຄຸນຕໍ່​ຄຸນງາມຄວາມດີ​ຂອງ​ບັນພະບຸລຸດ, ຕອນ​ບ່າຍ​ວັນ​ດຽວກັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽຍຟູ໋ຈ້ອງ ​ໄດ້​ຖະຫວາ​ບທູບ​ທຽນ​ອາ​ໄລ​ຫາບັນດາ​ເຈົ້າ​ຊີວິດ ຮູ່ງ ຢູ່​ວິຫານ ​ເທຶ້ອງ, ​ວາງ​ພວງມາລາ​ຢູ່ ສຸສານ​ວິຫານ ຮູ່ງ, ວິຫານ ​ເຢັງ. ທ່ານ​ເລຂາທິກ​ານ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ່​ໄດ້​ຖະຫວາຍ​ທູບ​ທຽນຢູ່​ວິຫານ​ບູຊາ ພະບິດາ ຫຼາກລອງກວນ.

          ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 5/4, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ຕາ​ແສງ ຫວໍ​ມ໋ຽວ, ​ເມືອງ​ແທງ​ເຊີນ. ທ່ານ​ເລຂາທິກ​ານ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍບັນດາ​ໝາກຜົນ​ສຳຄັນ ​ແລະ ຄວາມ​ມາ​ນະພະ​ຍາ​ຍາມ​ຂອງ​ອົງຄະ​ນະ​ພັກ ​ແລະ ປະຊາ​ຊົນ​ຕາ​ແສງ ຫວໍ​ມ໋ຽວ ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ​ແງ່​ຫວັງ​ພັດທະນາ​ການ​ຜະລິດ ​ແລະ ​ເສດຖະກິດ​ໃຫ້​ດີ, ​ໂສມ​ໜ້າ​ເຂດ​ຊົນນະບົດ​​ໄດ້​ຮັບ​ການ​ປັບປຸງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ:

    “​​ສິ່ງ​ຕົ້ນ​ຕໍ່​ແມ່ນ​ຕ້ອງ​ອາ​ໄສການ​ອອກ​ແຮງ​ງານ​ຂອງ​ຕົນ ແລະ ອາຊີບຂອງ​ຕົນ, ດ້ວຍ​ແຫຼ່ງທຶນ​ຂອງ​ຕົນ​ຈຶ່ງ​ພັດທະນາ​ແບບ​ຍືນ​ຍົງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ລັດກໍ່ມີ​ຄວາມ​ຮັບ​ຜິດ​ຊອບ, ສ້າງ​ກົນ​ໄກ, ​ນະ​ໂຍບາຍ, ສ້າງ​ແຫຼ່ງກຳລັງ, ​ແຫຼ່ງທຶນ​ໃນ​ເບື້ອງຕົ້ນ, ບຳລຸງ​ສ້າງ​ພະນັກງານ, ​ເປີດ​ທິດ​ສົ່ງ​ອອກ​ຄົນ​ງານ.”


ຂ່າວ/ບົດ​ອື່ນ