ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຂົ້າຮ່ວມພິທີເປີດສົກຮຽນໃໝ່ຢູ່ໂຮງຮຽນມັດທະຍົມຕອນປາຍຫງວຽນຢາທ່ຽວ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຂົ້າຮ່ວມພິທີເປີດສົກຮຽນໃໝ່ຢູ່ໂຮງຮຽນມັດທະຍົມຕອນປາຍຫງວຽນຢາທ່ຽວ - ảnh 1
ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ໋​ຈ້ອງເຂົ້າ​ຮ່ວມ​ພິ​ທີ​ເປີດ​ສົກ​ຮຽນ​ໃໝ່ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍຫງວຽນ​ຢາ​ທ່ຽວ
(ພາບ: dantri.com)

(vovworld)-​​​ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເປີດ​ສົກ​ຮຽນ​ໃໝ່ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ ຫງວຽນ​ຢາ​ທ່ຽວ, ຮ່າ​ໂນ້ຍ, ຕອນ​ເຊົ້າ, ວັນ​ທີ 4/9, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ສະ​ເໜີ​ໃຫ້​ຂະ​ແໜງ​ການ​ສຶກ​ສາ-ບຳ​ລຸງສ້າງຕ້ອງ​ຊາບ​ຊຶມ ແລະ ນຳ​ໃຊ້ຢ່າງ​ມີຫົວ​ຄິດ​ປະ​ດິດ​ສ້າງ​ບັນ​ດາ​ມະ​ຕິ​ຂອງ​ພັກກ່ຽວ​ກັບ​ການ​ປ່ຽນ​ໃໝ່ການ​ສຶກ​ສາ-ບຳ​ລຸງ​​ສ້າງໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ກ່ຽວ​ກັບ​ການ​ກໍ່​ສ້າງ ແລະ ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ມະ​ນຸດ​ຫວຽດ​ນາມ.

         ທ່ານເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ໋​ຈ້ອງ ຮຽກ​ຮ້ອງ​ໃຫ້​ຂະ​ແໜງ​ການ​ສຶກ​ສາ-ບຳ​ລຸງ​​ສ້າງ ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ແຜນນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ, ພິ​ເສດ​ແມ່ນ​ມະ​ຕິ​​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 8 ແລະ ​ທີ 9 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງພັກ​ຊຸດ​ທີ 11 ກ່ຽວ​ກັບ​ປ່ຽນ​ໃໝ່ການ​ສຶກ​ສາ-ບຳ​ລຸງສ້າງ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ກ່ຽວ​ກັບ​ການ​ ສ້າງ​ ແລະ ພັດ​ທະ​ນາວັດ​ທະ​ນະ​ທຳ, ມະ​ນຸດ​ຫວຽດ​ນາມ. ໃນ​ນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງ​ເລື່ອງ​​ ​ຍົກ​ສູງ​ຄຸນ​ນະ​ພາບ​​ການສິດສອນ ແລະ ​ຮ່ຳຮຽນກ່​ວາ​ອີກ (ເຊິ່ງ​ລວມ​ທັງ​ຄຸນ​ສົມ​ບັດ, ​ພູມ​ປັດ​ຍາ, ​ຮ່າງ​ກາຍ, ສິ​ລະ​ປະ), ທັງ​ເຮັດ​ວຽກ​ງານສອນ​ໜັງ​ສື, ສອນ​ວິ​ຊາ​ອາ​ຊີບ, ສອນມະ​ນຸດໃຫ້ເປັນຢ່າງ​ດີ; ​ປັບ​ປຸງ​​ວິ​ທີການ​ສິດ​ສອນ, ​​ການຮ່ຳຮຽນ​ຢ່າງບໍ່​ຢຸດຢັ້ງ; ​ຮ່ຳ​ຮຽນ​ຕິດ​ກັບ​ການ​ປະ​ຕິ​ບັດ​ຕົວ​ຈິງ ເພື່ອ​ແນ​ໃສ່​ສ້າງ​​ໃຫ້​ມີ​ຖັນ​ແຖວມະ​ນຸດ​​ທັງ​ມີຄຸນ​ສົມ​ບັດ, ​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ, ຮັບ​ໃຊ້​ປະ​ເທດ​ຊາດ. ​ຢາກ​ເຮັດ​ໄດ້​ສິ່ງ​ດັ່ງ​ກ່າວ, ​ຕາມທ່ານເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ໋​ຈ້ອງ ​ແລ້ວ, ​ສິ່ງ​ທີ່​ມີ​ຄວາມ​ໝາຍ​ຕັດ​ສິນ​ຊີ້​ຂາດ​​ນັ້ນ​ແມ່ນຕ້ອງ​ມີ​ເນື້ອ​ໃນຫຼັກ​ສູດ​ຮ່ຳ​ຮຽນ​ຢ່າງ​ແທດ​ຈິງ ແລະ ​ສ້າງ​ຖັນ​ແຖວ​ຄູ​ອາ​ຈານ​​​ທີ່ມີ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ການ​ເມືອງ​, ​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ດ້ານ​ວິ​ຊາ​ການ​, ​ມີ​ຄູນ​​ສົມ​ບັດ ແລະ ສຸດ​ຈິດ​ສຸດ​ໃຈ​ກັບ​ພາ​ລະ​ກິດ​ບຳ​ລຸງ​ສ້າງ.

ທ່າ​ນ​ເລຂາທິການ​ໃຫຍ່​ສະ​ເໜີ​ໃຫ້​ຂະ​ແໜງ​ສຶກສາ ຮ່າ​ໂນ້ຍ ປຸກລະດົມ ​ແລະ ປະຕິບັດ​ຂະ​ບວນການ​ຮັກສາ​ແບບ​ແຜນ​ດຳລົງ​ຊີວິດ​ວັດທະນະທຳ, ສິວິ​ໄລຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ສະພາບ​ແວດ​ລ້ອມ​ການ​ສຶກສາ​ທີ່​ປອດ​ໄສ, ພ້ອມ​ທັງ​ສືບ​ຕໍ່​ຂຸດ​ຄົ້ນ​ບັນດາ​ແຫຼ່ງກຳລັງ​ເພື່ອ​ຮັບ​ໃຊ້​ໃນ​ພາລະກິດ​ການ​ສຶກສາ. ທ່ານ​ກ່າວ​ວ່າ:

    “ສືບ​ຕໍ່​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ ​ແລະ ປະຕິບັດ​ແຜນ​ນະ​ໂຍບາຍ​ຫັນ​ການ​ສຶກສາ​​ເປັນ​ວຽກ​ງານສັງຄົມ​ໃຫ້​ດີ​ກ່ວາ​ອີກ, ຂຸກ​ຄົ້ນ​ທຸກໆ​ແຫຼ່ງກຳລັງ​ຂ​ອງທຸກ​ຂັ້ນ​, ທຸກຂະ​ແໜງ​ການ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ບັນດາ​ພາກສ່ວນ​ເສດຖະກິດ, ຂອງ​ທົ່ວ​ສັງຄົມ, ສ້າງ​ກຳລັງ​ແຮງ​ສັງ​ລວມ​ເພື່ອ​ເພີ່​ມທະວີ​ພື້ນຖານ​ດ້ານວັດຖຸ​ອຸປະກອນ​ທີ່​ທັນ​ສະ​ໄໝ, ຕອບ​ສະໜອງ​ວຽກ​ງານ​ສຶກສາ, ສິດສອນ​ທີ່ມີ​ຄຸນ​ນະພາ​ບສູງກ່ວາ. ພ້ອມ​ທັງ​ຕິດ​ພັນ​ການ​ເຄື່ອນ​ໄຫວ​ຂອງ​​ໂຮງຮຽນ​ກັບ​ການ​ເຄື່ອນ​ໄຫວ​ສັງຄົມ, ​ເດັດ​ດຽວ​ຕ້ານ​ບັນດາ​ປະກົດ​ການ​ທີ່​ຫຍໍ້​ທໍ້​ໃນ​ຂົງ​ເຂດ​ການ​ສຶກສາ.”

 



ຂ່າວ/ບົດ​ອື່ນ