ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນຢູ່ແຂວງບັກນິງ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນຢູ່ແຂວງບັກນິງ - ảnh 1
ທ່ານ ຫງວຽນ​ຟູ໋ຈ້ອງ​ ເຂົ້າ​ຮ່ວມ​ວັນ​ບຸນ
​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ຢູ່​ແຂວງ​ ບັກ​ນິງ


(vovworld) - ຕອນ​ເຊົ້າ​ວັນ​ທີ 13/11, ທ່ານເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ​ ເຂົ້າ​ຮ່ວມ​ວັນ​ບຸນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ຢູ່​ແຂວງ​ ບັກ​ນິງ, ສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ (18/11/1930-18/11/2016) ຢູ່ບ້ານ ​ເຟິດຕິກ, ຕາ​ແສງ ​ເຟິດຕິກ, ​ເມືອງ ຕຽນ​ຢູ, ​ແຂວງ ບັກ​ນິງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ສະ​ແດງ​ຄວາມ​ພາກພູມ​ໃຈ​ທີ່​ໄດ້​ເຂົ້າ​ຮ່ວມ​ວັນ​ບຸນ​ແຫ່ງ​ຄວາມ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ພ້ອມ​ກັບ​ປະຊາຊົນ​ຢູ່​ທີ່​ນີ້ ​ແລະ ​ໄດ້​ເຫັນ​ປະຈັກ​ຕາ​ການ​ ​ຊີວິດການ​ເປັນ​ຢູ່​ທີ່​ນັບ​ມື້​ນັບ​ພັດທະນາ​ຂອງ​ປະຊາຊົນ. ທ່ານ​ເລຂາທິການ​ໃຫຍ່​ຍ້ອງຍໍ​ສັນລະ​ເສີນ​ນ້ຳ​ໃຈ​ສາມັກຄີ, ຄວາມ​ມານະ​ພະຍາຍາມ ​ແລະ ບັນດາ​ຜົນງານ​​ເຊິ່ງຄະນະ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ບໍລິ​ເວນ​ບັນລຸ​ໄດ້. ທ່ານ​ຫວັງ​ວ່າ, ຄະນະ​ພັກ, ອຳນາດ​ການ​ປົກຄອງທຸກ​ຂັ້ນ ​ແລະ ປະຊາຊົນ​​ໃນບ້ານ ​ເຟິດຕິກ, ຕາ​ແສງ ​ເຟິດຕິກ, ​ເມືອງ ຕຽນ​ຢູ, ​ແຂວງ ບັກ​ນິງ ສືບ​ຕໍ່​ປະຕິບັດ​ຂະ​ບວນການ​ທົ່ວ​ປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕົວ​ເມືອງ​ສີວິ​ໄລ​ໃຫ້​ດີກ​ວ່າ​ອີກ, ບັນລຸ​ຜົນງານ​ຫຼາຍກວ່າ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

        ​ໃນ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ມອບ​ຂອງ​ຂວັນ​ໃຫ້​ພະນັກງານ, ປະຊາຊົນບ້ານ ​ເຟິດຕິກ, ​ໄປ​ຈູດ​ທູບ​ທຽນ, ປູກ​ຕົ້ນ​ໄມ້​ຢູ່​ວັດ ​ເຟິດຕິດ - ​ເຊິ່ງ​ແມ່ນ​ປູຊະນີຍະສະຖານ​ປະຫວັດສາດ ວັດທະນະທຳ​ລະດັບ​ຊາດ​ພິ​ເສດ.

 

ຂ່າວ/ບົດ​ອື່ນ