ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຈລະຈາກັບນາຍົກລັດຖະມົນຕີ Manmohan Singh

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເຈລະຈາກັບນາຍົກລັດຖະມົນຕີ Manmohan Singh - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ແລະ ທ່ານ​ນາຍົກລັດຖະມົນຕີ ອິນ​ເດຍ Manmohan Singh.

(vovworld) – ​ໃນ​ຂອບ​ເຂດການ​ຢ້ຽມຢາມ ອິນ​ເດຍ, ວັນ​ທີ 20/11, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ອິນ​ເດຍ Manmohan Singh. ທ່າ​ນ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ  ຢັ້ງຢືນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ອິນ​ເດຍ. ການ​ນຳ 2 ທ່ານ​ໄດ້​ແລກປ່ຽນ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ບັນດາ​ມາດ​ຕະກາ​ນພື້ນຖານ ​ແລະ ລະອຽດ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ 5 ຂົງ​ເຂດ​ເສົາ​ຄ້ຳ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ. ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ຈະ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະຈຳ, ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ​ໃນ​ປະຈຸ​ບັນ​ກ່ຽວ​ກັບ​ການ​ທູດ, ການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ຢ່າງ​ມີ​ປະສິດທິ​ຜົນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນຍູ້​​ແຮງການ​ຮ່ວມ​ມື​ກ່ຽວ​ກັບ​ເສດຖະກິດ​ ​ແລະ ​​ຮັກສາ, ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກ່ຽວ​ກັການສຳ​ຫຼວດ ​ແລະ ​ຂຸ​ດຄົ້ນນ້ຳມັນ​ອາຍ​ແກດ.

        ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, 2 ຝ່າຍ​ກໍ່​ຖື​ວ່າ: ບັນດາ​ປະ​ເທດ ​ແລະ ປະຊາ​ຄົມ​ໂລກ​ຄວນ​ມານະ​ພະຍາຍາມ​ຮັບປະກັນ​ສັນຕິພາບ, ອະທິປະ​ໄຕ, ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ທຸກໆ​ປະ​ເທດ, ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຂອງ​ພາກ​ພື້ນ ອາຊີ ປາຊີ​ຟິກ. 2 ຝ່າ​ຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ຽວ​ກັບ​ຫຼັກ​ໝັ້ນ ​ແລະ ການ​ເຄື່ອນ​ໄຫວ​​ໃນ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

        ພາຍຫຼັງ​ສິ້ນ​ສຸດ​ການ​​ເຈລະຈາ, ການ​ນຳ 2 ທ່ານ​ໄດ້​ດຳ​ເນີນ​ການປະ​ຊຸມ​ຂ່າວ​ປະກາດ​ໝາກຜົນ​ການ​ເລະ​ຈາລະ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ​ໃຫ້​ຮູ້​ວ່າ:

        “ດ້ວຍ​ບັນດາ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື 2 ຝ່າຍ​ອັນ​ໃຫຍ່​ຫຼວງ, 2 ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2007 ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ຂ້າພະ​ເຈົ້າ​ແມ່ນ​ເພື່ອ​ແນ​ໃສ່​ເປີດ​ກ້ວາງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ພວກ​ເຮົາ​​ເລິກ​ເຊິ່ງກ່ວາ​ອີກ. ”

        ສ່ວນ​ທ່ານ​ນາຍົກລັດຖະມົນຕີ Manmohan Singh, ຊີ້​ແຈ້ງວ່າ:

        “ພວກ​ຂ້າພະ​ເຈົ້າປາດ​ຖະໜາ​ຢາກ​ຊຸກ​ຍູ້​ການ​ພົວພັນ 2 ຝ່າຍ​ລະ​ຫວ່າງ ອິນ​​ເດຍ ​ແລະ ຫວຽດນາມ ​ໃນ​ຂົງ​ເຂດ​ຕ່າງໆ, ບໍ່​ພຽງ​ແຕ່​ໃນ​ຂອບ​ເຂດ​ການ​ພົວພັນ 2 ຝ່າ​ຍ​​ເທົ່າ​ນັ້ນ​ຫາກ​ຍັງ​​ໃນ​ຂົງ​ເຂດ​ຫຼາຍ​ຝ່າຍ​ອີກ​ດ້ວຍ. ປະຈຸ​ບັນ, ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ມີ​ພື້ນຖານ​ເສດຖະກິດ​ພັດທະນາ​ອັນ​ດັບ​ໜຶ່ງ​ຢູ່​ພາກ​ພື້ນ ອາຊີ ປາຊີ​ຟິກ ​ແລະ​ອິນ​ເດຍ ຊົມ​ເຊີຍ​ເລື່ອງ​ພັດທະນາ​ນີ້​ຂອງ ຫວຽດນາມ. ອິນ​ເດຍ ຖື ຫວຽດນາມ ​ເປັນຄູ່​ຮ່ວ​​ມມື​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ, ສຳຄັນ ​ແລະ ການ​ພົວພັນ​ກັບ ຫວຽດນາມ ​ແມ່ນ​ເສົາ​ຄ້ຳ​ສຳຄັນ​ໃນ​ນະ​ໂຍບາຍ​ມຸ່ງ​ໄປ​ເຖິງ​ທິດ​ຕາ​ເວັນ​ອອກ​ຂອງ​ພວກ​ເຮົາ.”

        ການ​ນຳ 2 ທ່ານ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ເຊັນ​ເອກະສານ​ຮ່ວມ​ມື 8 ສະບັບລະຫວ່າງ 2 ປະ​ເທດ ​ໃນຂົງ​ເຂດ​ຕ່າງໆ​ຄື: ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ລັບ, ການ​ຮ່ວມ​ມື​ດ້ານ​ການ​​ເງິນ, ສຳ​ຫຼວດ ​ແລະ ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກ​ດຢູ່ ຫວຽດນາມ ​ແລະ ອິນ​ເດຍ ກໍ່​ຄື​ຢູ່​ປະ​ເທດ​ທີ 3, ກໍ່ສ້າງ​ໂຮງງານ​ໄຟຟ້າ​ຄວາມ​ຮ້ອນ ລອງ​ຟູ໋ 2…

        ກໍ່​ໃນ​ວັນ​ທີ 20/11, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ສ ອິນ​ເດຍ Pranab Mukherjee. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ທ່ານ​ປະທານາທິບໍດີ Pranab Mukherjee ​ເຫັນ​ດີ​ເປັນ​ເອກະສັນ​ໃນ​ໄລຍະ​ຈະ​ມາ​ເຖິງ​ 2 ປະ​ເທດຄວນ​ມານະ​ພະຍາຍ​າມຍູ້​ແຮງ​ການ​ຮ່ວມ​ມື, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສ​ດຖະກິດ, ການ​ຄ້າ, ການ​ລົງທຶນ, ນຳ​ການ​ຮ່ວມ​ມື​​ໃນ 5 ຂົງ​ເຂດ​ເສົາ​ຄ້ຳ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ຍາດ​ຫວຽດນາມ - ອິນ​ເດຍ ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 20/11, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ພົບ​ປະ​ກັບ​ທ່ານ​ຮອງ​ປະທານາທິບໍດີ ທັງ​ເປັນ​ປະທານ​ສະພາ​ສູງ ສ ອິນ​ເດຍ Hamid Ansari. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢັ້ງຢືນວ່າ: ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ສ້າ​ງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ອິນ​ເດຍ ລົງທຶນ​ເຂົ້າ​ຫວຽດນາມ.

ຂ່າວ/ບົດ​ອື່ນ