ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງແລະ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງຕ້ອນຮັບປະທານສະພາແຫ່ງຊາດກຳປູເຈຍ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງແລະ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງຕ້ອນຮັບປະທານສະພາແຫ່ງຊາດກຳປູເຈຍ - ảnh 1
ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ ແລະ ປະທານສະພາແຫ່ງຊາດ ກຳປູເຈຍ

(vovworld) - ຕອນ​ເຊົ້າ​ວັນ​ທີ 28/3, ຢູ່​ຮ່າ​ໂນ້ຍ, ໃນ​ການ​ຕ້ອນ​ຮັບທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ Samdech Heng Samrin, ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ IPU 132, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ຢັ້ງ​ຢືນ​ວ່າ: IPU 132 ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ການ​ເມືອງ​ການ​ຕ່າງ​ປະ​ເທດ​​ອັນໃຫຍ່ຫຼວງ, ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າ​ງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ, ຢັ້ງ​ຢືນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ຫງວນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ສຳ​ລັບ​ໃຫ້​ແກ່​ການ​ປັ​ບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ໝັ້ນ​ຄົງ​ຄາວ​ນານ​ກັບ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ແຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ.

        ສ່ວນ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ Samdech Heng Samrin ຕີ​ລາ​ຄາ​ສ​ູງ ແລະ ອ​ວຍ​ພອນ ຫວຽດ​ນາມ ໃນ​ການ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່ IPU 132 ແລະ ເຊື່ອ​ໝັ້ນ​ວ່າ IPU 132 ຈະ​ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ປະ​ກອ​ບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ​ລວມ​ຂອງ IPU.

ແລ​ະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈືອ​ງ​ເຕີ​ນ​ຊາງ ກໍ່ໃດ້​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ Samdech Heng Samrin . ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ທີ່​ເປັ​ນ​ມູ​ນ​ເຊື້ອ​ກັບ ກຳ​ປູ​ເຈຍ. 2 ຝ່າຍ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ, ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ລະ​ຫວ່າງ 2 ອົງ​ການ​ນິ​ຕິ​ບັນ​ຍັດ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ, ຂອງ​ພາກ​ພື້ນ ແລະ ໃນ​ໂລກ. ສ່ວນ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ Samdech Heng Samrin ຕີ​ລາ​ຄາ​ສູງ​ເລື່ອງ ຫວຽດ​ນາມ ກະ​ກຽມ​ຢ່າງ​ລອບ​ຄອບ​ທີ່​ຖ້ວນ​​ເພື່ອຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່ IPU 132 ແລະ ເຊື່ອ​ໝັ້ນ​ວ່າ,ຜ່ານ​ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ນີ້, ບົດ​ບາດ ແລະ ທີ່​ຕັ້ງ​ຂອງ ຫວຽດ​ນາມ ນັບ​ມື້​ນັບ​ສູງ​ຂຶ້ນ​ໃນ​ເວ​ທີ​ສາ​ກົນ.


ຂ່າວ/ບົດ​ອື່ນ