ເລຂາທິການໃຫຍ່ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນບັນດາສະມາຄົມວັນນະຄະດີສິລະປະຫວຽດນາມຊຸດທີ9

ເລຂາທິການໃຫຍ່ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນບັນດາສະມາຄົມວັນນະຄະດີສິລະປະຫວຽດນາມຊຸດທີ9 - ảnh 1
ເລຂາທິການໃຫຍ່ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນບັນດາສະມາ
ຄົມວັນນະຄະດີສິລະປະຫວຽດນາມຊຸດທີ9

(vovworld) –  ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວປະ​ເທດ ສະຫະພັນ​ບັນດາ​ສະມາຄົມ​ວັນ​ນະ​ຄະດີ​ສິລະ​ປະ​ຫວຽດນາມ ຄັ້ງ​ທີ 9 (ອາຍຸ​ການ 2016 – 2021) ຖືກ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 9/1, ຢູ່​ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ຍ້ອງຍໍຊົມ​ເຊີຍ​ບັນດາ​ການ​ປະກອບສ່ວນ, ການ​ອຸທິດ​ສ່ວນ​ອັນ​ໃຫຍ່​ຫຼວງ​​ຕໍ່​ປະ​ເທດ​ຊາດຂອງ​ຖັນ​ແຖວ​ນັກ​ສິປະ​ປິນ ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່​ເນັ້ນ​ໜັກ​ວ່າ: ຍິ່ງ​ກ່ວາ​ເວລາ​ໃດ​ໝົດ, ວັນນະ​ຄະດີ, ສິປະລະ​ຕ້ອງ​ປະກອບສ່ວນ​ຫຼາຍ​ກ່ວາ​ອີກ​ໃຫ້​ແກ່​ວຽກ​ງານ​​ແນວ​ຄິດ, ວັດທະນະທຳ​ຂອງ​ພັກ, ປະກອບສ່ວນ​ປະຕິບັດ​ບັນດາ​ໜ້າ​ທີ່​ອັນ​ໃຫຍ່ຫຼວງ​ຂອງ​ປະ​ເທດ​ຊາດ​​ໃນ​ໄລຍະ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ. ນັກ​ສີ​ລະ​ປິນ​ແຕ່ລະ​ຄົນ​ຕ້ອງ​ຕິດຕາມ​ຊີວິດ​ຕົວ​ຈິງ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ປະດິດ​ແຕ່ງ​ບັນດາ​ບົດ​ສ່ອງ​ແສງ​ເຖິງ​ຊີວິດ​ຕົວ​ຈິງ​ທີ່​ສຸດ, ປະກອບ​ສ່ວນ​ຍົກ​ສູງ​ແນວ​ຄິດ, ຈິດ​ໃຈ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ປະຊາຊົນ ຫວຽດນາມ, ປຸກລຸກ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ຊາດ, ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດໃນ​ຊາວ ຫວຽດນາມ ​ແຕ່ລະຄົນ ​ແລະ ຄວາມ​ເຊື່ອ​ໝັ້ນ​ຕໍ່​ອຸດົມ​ຄະຕິ​ ​ແລະ ​ແນວທາງ​ຂອງ​ພັກ.


ຂ່າວ/ບົດ​ອື່ນ