ເລຂາທິການໃຫຍ່ແລະນາຍົກລັດຖະມົນຕີຫວຽດນາມຕ້ອນຮັບປະທານາທິບໍດີຟີລີບປິນ

ເລຂາທິການໃຫຍ່ແລະນາຍົກລັດຖະມົນຕີຫວຽດນາມຕ້ອນຮັບປະທານາທິບໍດີຟີລີບປິນ  - ảnh 1
ທ່ານ​ເລຂາທິການ​ໃຫຍ່ ​ ຫງວຽນ​ຟູ໋ຈ້ອງ ​ຕ້ອນຮັບ
ທ່ານ​ປະທານາທິບໍດີ ຟີ​ລີບ​ປິນ Rodrigo Duterte ​

(vovworld) - ​ ​ ​ຕອນ​ບ່າຍ​ວັນ​ທີ 29/09 ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ກອ​ມມູນິດ ຫວຽດນາມ​ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ​ປະທານາທິບໍດີ ສາທາລະນະ​ລັດ ຟີ​ລີບ​ປິນ Rodrigo Duterte ​ທີ່​ພວມ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູ໋ຈ້ອງ ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງການ​ເຈລະຈາ, ການ​ພົບ​ປະລະ​ຫວ່າງ​ການ​ນຳ ຫວຽດນາມ ​ແລະ ປະທານາທິບໍດີ ​ເພື່ອ​​ແນ​ໃສ່​​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ເຂົ້າ​ສູ່ລວງ​ເລິກ ​ແລະ ​ແທດ​ຈິງ, ​ເໝາະ​ສົມ​ກັບ​ຄວາ​ມຫວັງ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ປະກອບສ່ວນ​ເຂົ້າ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ຢູ່​ພາກ​ພື້ນ. ທ່ານ​ເລ​ຂາ​ທິການ​ໃຫຍ່​ສະ​ເໜີ​ໃຫ້ 2 ຝ່າຍ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້ ​ແລະ ​ເສີມ​ຂະຫຍາ​ຍປະສິດທິ​ຜົນ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່ມີ​ຢູ່​ແລ້ວ​ລະຫວ່າງ 2 ປະ​ເທດ. ຫວຽດນາມ ຍາມ​ໃດ​ກໍ່​ພ້ອມ​ແລ້ວທີ່​ຈະສະໜັບສະໜູນ ​ແລະ ສົມທົບ​ກັບ ຟີ​ລີບ​ປິນ ປະຕິບັດສຳ​ເລັດ​ບົດບາດ​ເປັນ​ປະທານ ອາ​ຊຽນ ​ໃນ​ປີ 2017 ​ເປັນ​ຢ່າງດີ, ປະກອບສ່ວນ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃຫ້​ເຂັ້ມ​ແຂງ, ​ເອກະ​ພາບ ​ແລະ ພັດທະນາ. ສ່ວນ​ທ່ານ ​ປະທານາທິບໍດີ ສາທາລະນະ​ລັດ ຟີ​ລີບ​ປິນ Rodrigo Duterte ​ເນັ້ນ​ໜັກ​ວ່າ: ຟີ​ລີບ​ປິນ ຖື​ເປັນ​ສຳຄັນການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ, ຖື​ວ່າ ​ເລື່ອງ 2 ຝ່າຍ​ຕັ້ງໜ້າ​ຜັນ​ຂະຫຍາຍ​ເນື້ອ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ ​ແລະ ຜັນ​ຂະຫຍາຍ​ໂດຍ​ໄວ ​ຜ່ານ​ໂຄງການ​ດຳ​ເນີນ​ງານ​ໄລຍະ 2017 – 2022, ​ເສີມ​ຂະຫຍາຍ ​ແລະ ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ ຈະ​ສ້າງພະລັງ​ແຮງ​ໃໝ່​ໃຫ້ການ​ພັດທະນາ​ຂອງ 2 ປະ​ເທດ ກໍ່​ຄື​ໃນ​ທົ່ວພາກ​ພື້ນ.​

ເລຂາທິການໃຫຍ່ແລະນາຍົກລັດຖະມົນຕີຫວຽດນາມຕ້ອນຮັບປະທານາທິບໍດີຟີລີບປິນ  - ảnh 2
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫວຽນ​ຊວນ​ຟຸ໋ກ ພົບ​ປະ
ທ່ານ​ປະທານາທິບໍດີ ສາທາລະນະ​ລັດ ຟີ​ລີບ​ປິນ Rodrigo Duterte

        ​​ແລະ​ກໍ່​ໃນ​ຕອນ​ບ່າຍວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບ​ທ່ານ​ປະທານາທິບໍດີ ສາທາລະນະ​ລັດ ຟີ​ລີບ​ປິນ Rodrigo Duterte, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫວຽນ​ຊວນ​ຟຸ໋ກ ສະ​ເໜີວ່າ: ​​ໂດຍ​ແມ່ນ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງທີ່ສະໜິດສະໜົມ ບົນ​ຈິດ​ໃຈ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຫວຽດນາມ ​ແລະ ຟີ​ລີບ​ປິນ ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງ​ທຶນ ຟີ​ລີບ​ປິນ ​ໃນ​ຂົງ​ເຂດ​ປຸງ​ແຕ່ງ​ສະບຽງ​ອາຫານ, ຂຸດ​ຄົ້ນ​ນ້ຳມັນ. ສ່ວນ​ທ່ານ Rodrigo Duterte ​ກໍ່ຢືນຢັນ​ວ່າ ຟີ​ລີບ​ປິນ ຈະ​ມາ​ນະ​ພະຍາ​ຍາມ ​ເພື່ອ​ປະຕິບັດ​ສຳ​ເລັດ​ບົດ​ບາດ​ເປັນ​ປະທາດຜັດປ່ຽນ​ຂອງ ອາ​ຊຽນ ​ໃນປີ 2017. ຄຽງ​ຂ້າງ​ນັ້ນ 2 ປະ​ເທດ​ຄວນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພີ່ມ​ທະວີ​ບົດ​ບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ການ​ຮັບ​ມື​ຕໍ່​ບັນດາ​ສິ່ງ​ທ້າ​ທາຍ, ສູ້​ຊົນ​ສຳ​ເລັດ​ກົດ​ແຫ່ງການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໃນ​ປີ 2017.

ຂ່າວ/ບົດ​ອື່ນ