ເລຂາສູນກາງພັກ,ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງລົງອວຍພອນປີໃໝ່ຢູ່ແຂວງກວາງນາມ

ເລຂາສູນກາງພັກ,ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງລົງອວຍພອນປີໃໝ່ຢູ່ແຂວງກວາງນາມ - ảnh 1
ທ່ານ​ນາງ ຮ່າ​ທິ​ຄ​ຽດ ໄດ້​ລົງ​ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ການ​ນຳ​​ຄະ​ນະ​ພັກ​ແຂວງ ກວາງ​ນາມ

(vovworld) - ເນື່ອງ​ໃນ​ໂອ​ກາດ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ມະ​ແມ 2015, ວັນ​ທີ 25/1, ທ່ານ​ນາງ ຮ່າ​ທິ​ຄຽດ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ນຳ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກາງ​ໄດ້​ລົງ​ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ, ເປົ້າ​ໝາຍ​ນະ​ໂຍ​ບາຍ​ໃນ​ບໍ​ລິ​ເວນ​ແຂວງ ກວາງ​ນາມ. ທ່ານ​ນາງ ຮ່​າ​ທິ​ຄຽດ​ ໄດ້​ມອບ​ຂອງ​ຂວັນ 100 ພູດ ໃຫ້​ບັນ​ດາ​ຄອບ​ຄົວ​​ເປົ້າ​ໝາຍນະ​ໂຍ​ບາຍ, ຄອບ​ຄົວ​ທຸກ​ຍາກ​ຢູ່​ຕາ​ແສງ ເກ້ວ​ລອງ, ເມືອງ ເກ້ວ​ເຊີນ, ຕາ​ແສງ ຕາມ​ຟູ໋, ນະ​ຄອນ​ຕາມ​ກີ່. ທ່ານ​ນາງ ຮ່າ​ທິ​ຄຽດ ໄດ້​ມອບ​ງົວ 20 ໂຕ, ໂທ​ລະ​ພາບ 30 ໜ່ວຍ​ໃຫ້​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ເປົ້າ​ໝາ​ຍ​ນະ​ໂຍ​ບາຍ​ຢູ່ 2 ຕາ​ແສງ ເກ້ວ​ໂລກ ແລະ ເກ້ວ​ລອງ, ເມືອງ ເກ້ວ​ເຊີນ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ ຮ່າ​ທິ​ຄ​ຽດ ໄດ້​ລົງ​ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ການ​ນຳ​​ຄະ​ນະ​ພັກ​ແຂວງ ກວາງ​ນາມ.


ຂ່າວ/ບົດ​ອື່ນ