ເລີ່​ມດຳ​ເນີນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ອາ​ຊຽນ-ກາ​ນາ​ດາ

(VOVWORLD) -ອາຊຽນ ແລະ ການາດາ ເລີ່ມດຳເນີນການເຈລະຈາສັນຍາການຄ້າເສລີ(FTA) ອາຊຽນ ແລະ ການາດາ ທີ່ກອງປະຊຸມທາບທາມຄຳເຫັນຂັ້ນລັດຖະມົນຕີ ເສດຖະກິດ ອາຊຽນ -ການາດາ ຄັ້ງທີ 10 ໄດ້ໄຂຂຶ້ນໃນວັນທີ 17 ພະຈິກ ຕາມຮູບແບບທາງໄກ.


ເລີ່​ມດຳ​ເນີນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ອາ​ຊຽນ-ກາ​ນາ​ດາ - ảnh 1ກອງປະຊຸມທາບທາມຄຳເຫັນຂັ້ນລັດຖະມົນຕີ ເສດຖະກິດ ອາຊຽນ -ການາດາ ຄັ້ງທີ 10
(ພາບ: ຄະນະເລຂາອາຊຽນ)

        ການເລີ່ມດຳເນີນບັນດາການເຈລະຈາ ສະແດງໃຫ້ເຫັນວ່າການພົວພັນດ້ານເສດຖະກິດລະຫວ່າງອາຊຽນ-ການາດາ ນັບມື້ນັບເລິກເຊິ່ງ ແລະ ກ້ວາງຂວາງ ແລະ ຄວາມສໍາຄັນຂອງເລື່ອງເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ. ສິ່ງນີ້ກໍ່ໄດ້ສ້າງຂີດໝາຍສຳຄັນໃນສາຍພົວພັນ ອາຊຽນ-ການາດາ ແມ່ນບາດເດີນທີ່ມີຄວາມໝາຍໃນຄຳເໝັ້ນສັນຍາໃໝ່ຂອງ ການາດາ ຕໍ່ກັບດ້ານການຄ້າ ແລະເສດຖະກິດໃນພາກພື້ນ.

        ທ່ານ Dato Lim Jock ເລຂາທິການໃຫ່ຍ ອາຊຽນໃຫ້ຮູ້ວ່າ “ສັນຍາ FTA ຈະເພີ່ມທະວີການພົວພັນເສດຖະກິດອາຊຽນ-ການາດາ, ເຊື່ອມຕໍ່ອາຊຽນ ເຂົ້າໃກ້ກັບຕ່ອງໂສ້ມູນຄ່າທົ່ວໂລກ ແລະ ປັບປຸງຄວາມສາມາດເຂົ້າເຖິງຕະຫຼາດໃຫ້ແກ່ບັນດາວິສາຫະກິດ ອາຊຽນ ແລະ ການາດາ”

ເຮືອງຈ່າ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ