ເລີ່ມດຳເນີນການເສັງປາລະໄນຊອກຮູ້ປະຫວັດສາດ ຫວຽດນາມ -ລາວ

(VOVWORLD) - ເລີ່ມແຕ່ວັນທີ 2/5/2017 ໄດ້ຈັດຕັ້ງການເສັງ “ຊອກຮູ້ປະຫວັດສາດແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ປີ 2017”. 
ເລີ່ມດຳເນີນການເສັງປາລະໄນຊອກຮູ້ປະຫວັດສາດ ຫວຽດນາມ -ລາວ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

ການເສັງເພື່ອແນໃສ່ປະກອບສ່ວນໂຄສະນາ, ສຶກສາອົມຮົມມູນເຊື້ອປະຕິວັດ, ພິເສດແມ່ນສຳລັບລຸ້ນໜຸ່ມ 2 ປະເທດ ກ່ຽວກັບການພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ, ລາວ -ຫວຽດນາມ, ຜ່ານວິວັດການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ໃນພາລະກິດ ສ້າງສາ, ປົກປັກຮັກສາປະເທດສັງຄົມນິຍົມໃນປະຈຸບັນ; ຕອບສະໜອງ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017” ແລະ ສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື; 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ -ລາວ. ຜ່ານນັ້ນ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈລະຫວ່າງ 2 ຊາດ, 2 ພັກ ແລະ ປະຊາຊົນ 2 ປະເທດຢ່າງແທດຈິງ. ສຳລັບເປົ້າໝາຍເຂົ້າຮ່ວມ ລວມມີ ພົນລະເມືອງ 2 ປະເທດ ຫວຽດນາມ ແລະ ລາວທີ່ ພວມດຳລົງຊິວິດ, ອອກແຮງງານ ແລະ ຮ່ຳຮຽນຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ. ເວລາດຳເນີນການເສັງແຕ່ວັນທີ 2/5/2017 ຮອດວັນທີ 22/12/2017.

ຕອບກັບ

ຂ່າວ/ບົດ​ອື່ນ