ເລີ່ມດຳເນີນບັ້ນຂົນຂວາຍຫາສຽງເລືອກຕັ້ງຢູ່ເມກຊີໂກ


ເລີ່ມດຳເນີນບັ້ນຂົນຂວາຍຫາສຽງເລືອກຕັ້ງຢູ່ເມກຊີໂກ - ảnh 1
ທ່ານປະທານາທິບໍດີ ເມກຊີໂກ Enrique Pena Nieto
(ພາບປະກອບ)

(vovworld) –  ບັ້ນ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງຢູ່ 12 ລັດ​ຂອງ ​ເມກ​ຊີ​ໂກ ​ໄດ້​ເລີ່​ມ​ດຳ​ເນີນໃນ​ວັນ​ທີ 3/4. ຢູ່ລັດ Tlaxcala, ບັ້ນ​ຂົນຂວາຍ​ຫາ​ສຽງ​ເລືອ​ກຕັ້ງ​ເລີ່​ມຕົ້ນ​​ແຕ່​ວັນ​ທີ 4/4. ບັນດາ​ພັກ​ການ​ເມືອງ​ຈະ​ເລີ່​ມຊ່ວງ​ເສັງ​ເພື່ອ​ຍາດ​ເອົາ 1.304 ທີ່​ນັ່ງ​ຢູ່​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ​ໃນ​ນັ້ນ​ມີ​ຜູ້​ວ່າການ​ລັດ  12 ທີ່​ນັ່ງ, ​ໃນ​ວັນ​ທີ 5/6 ຈະ​ມາ​ເຖິງ. ລັດ Baja California ​ແລະ ນະຄອນຫຼວງ ​ເມກຊີ​ໂກ ຊີ​ຕີ ຈະ​ບໍ່​ເລືອ​ກຕັ້ງ​ຜູ້ນຳ​ໜ້າ. ພັກ​ປະຕິວັດລະ​ບອບ (PRI) ກຳ​ອຳນາດ​ ​ແລະ ສຳພັນ​ທະ​ມິດ​ແມ່ນ​ພັກ​ຂຽວ - ສິ່ງ​​ແວດ​ລ້ອມ (PVEM) ຈະ​ຫາ​ສຽງ​ເລືອກ​ຕັ້ງ​ຢູ່​ລັດ​ທັງ​ໝົດ. ສ່ວນພັກ PRI ກໍ່​​ໄດ້​ຮ່ວມ​ສຳພັນ​ກັບ​ພັກ​ສຳພັນ​ທະ​ມິດ​ໃໝ່ (PANAL) ຢູ່​ທຸກໆ​ທ້ອງ​ຖິ່ນ, ​ເວັ້ນ​ເສຍ​ແຕ່​ລັດ Puebla. ພັກ​ເຄື່ອນ​ໄຫວ​​ແຫ່ງ​ຊາດ (PAN) ແລະ ພັກປະຕິວັດປະຊາທິປະໄຕ (PRD) ຈະປະເຊີນໜ້າກັບ PRI ຢູ່ 9 ລັດ.


ຂ່າວ/ບົດ​ອື່ນ