ເລີ່ມຕົ້ນໄລຍະພັດທະນາໃໝ່ຂອງການພົວພັນຄູ່ຮ່ວມມືຫວຽດນາມ - ຍີ່ປຸ່ນ

(VOVWORLD) -ການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນຄັ້ງທຳອິດຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ດ້ວຍການເຄື່ອນໄຫວຫຼາຍຢ່າງ

ເລີ່ມຕົ້ນໄລຍະພັດທະນາໃໝ່ຂອງການພົວພັນຄູ່ຮ່ວມມືຫວຽດນາມ - ຍີ່ປຸ່ນ - ảnh 1ທ່ານ ເລຮວ່າຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

(ພາບ: vtv.vn)

ຕອນບ່າຍວັນທີ 02 ມິຖຸນາ, ທ່ານປະທານປະເທດຫວຽດນາມເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ໄດ້ກັບຄືນເມືອຮອດນະຄອນຫຼວງຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນ ແຕ່ວັນທີ 29 ພຶດສະພາ - 02 ມິຖຸນາ ຕາມຄຳເຊື້ອເຊີນຂອງພະເຈົ້າຈັກກະພັດ ແລະພະມະເຫສີຍີ່ປຸ່ນ. ເນື່ອງໃນໂອກາດດັ່ງກ່າວ, ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນຂອງການຢ້ຽມຢາມ ທ່ານ ເລຮວ່າຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ ການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນຄັ້ງທຳອິດຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ດ້ວຍການເຄື່ອນໄຫວຫຼາຍຢ່າງ.

        ທ່ານ ເລຮວ່າຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ ໄດ້ຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊືຶ່ອໃຈທາງດ້ານການເມືອງ, ຮັດແໜ້ນການພົວພັນອັນສະໜິດສະໜົມກັບລາຊະວົງ, ລັດຖະບານ, ສະພາແຫ່ງຊາດ ແລະ ບັນດາວົງການການເມືອງ, ເສດຖະກິດຍີ່ປຸ່ນ. ການນຳສອງທ່ານເຫັນດີເປັນເອກະພາບ ພ້ອມກັນຍົກການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ສືບຕໍ່ຮັກສາການພົວພັນແລກປ່ຽນລະຫວ່າງການນຳຂັ້ນສູງ. ສອງຝ່າຍຢັ້ງຢືນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ; ການນຳສອງທ່ານໄດ້ຖະແຫຼງວ່າ ຈະສະໜັບສະໜູນເຊິ່ງກັນແລະກັນ ໃຫ້ກາຍເປັນສະມາຊິກບໍ່ປະຈໍາສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມສະໝັກເລືອກຕັ້ງອາຍຸການ 2020 – 2021, ຍີ່ປຸ່ນສະໝັກເລືອກຕັ້ງອາຍຸການ 2023 – 2024.

ຕອບກັບ

ຂ່າວ/ບົດ​ອື່ນ