ເລີ່ມບັ້ນຮົບດ້ານນິຕິກຳລະຫວ່າງ ອາເມລິກາ - ອີຣານ

(VOVWORLD) - ຄາດວ່າ, ປະຊຸມສານພິພາກສາທຳອິດຈະແກ່ຍາວເປັນເວລາ 4 ວັນ ແລະ ເຖິງວ່າຍັງບໍ່ທັນຮູ້ວ່າຄຳຕັດສິນຈະເປັນແນວໃດ...
ເລີ່ມບັ້ນຮົບດ້ານນິຕິກຳລະຫວ່າງ ອາເມລິກາ - ອີຣານ - ảnh 1ປະຊຸມສານພິພາກສາຂອງສານຍຸຕິທຳສາກົນ

ວັນທີ 27 ສິງຫາ, ສານຍຸຕິທຳສາກົນ (ICJ), ມີສຳນັກງານຕັ້ງຢູ່ ລາໄຮ, ປະເທດ ໂຮນລັງ, ໄດ້ເປີດປະຊຸມສານພິພາກສາຕາມຄຳຮ້ອງຟ້ອງຂອງລັດຖະບານ ອີຣານ ກ່ຽວກັບການຕ້ານຄືນເລື່ອງອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຟື້ນຟູບັນດາມາດຕະການລົງໂທດດ້ານເສດຖະກິດຕໍ່ປະເທດນີ້. ຄາດວ່າ, ປະຊຸມສານພິພາກສາທຳອິດຈະແກ່ຍາວເປັນເວລາ 4 ວັນ ແລະ ເຖິງວ່າຍັງບໍ່ທັນຮູ້ວ່າຄຳຕັດສິນຈະເປັນແນວໃດ, ແຕ່ແນ່ນອນວ່າເຫດການນີ້ຈະມີຜົນປະໂຫຍດສຳລັບ ອີຣານ ແລະ ແມ່ນກາລະໂອກາດເພື່ອໃຫ້ ອີຣານ ຟ້ອງຮ້ອງບັນດາມາດຕະການຂວ້ຳບາດທີ່ໄດ້ຮັບຖືວ່າແມ່ນຜິດກົດໝາຍຂອງອາເມລິກາ.

        ທີ່ປະຊຸມສານພິພາກສາ, ບັນດາທະນາຍຄວາມຕາງໜ້າໃຫ້ ອີຣານ ໄດ້ຍົກອອກມາຂໍ້ອ້າງຕົ້ນຕໍເພື່ອຄັດຄ້ານບັນດາຄຳສັ່ງລົງໂທດໃໝ່, ເຊິ່ງອາເມລິກາ ໄດ້ຍົກອອກມາພາຍຫຼັງຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍທີ່ລົງນາມໃນປີ 2015 ກັບອີຣານ. ທີ່ໜຶ່ງແມ່ນບັນດາມາດຕະການລົງໂທດນີ້ລະເມີດສົນທິສັນຍາລົງນາມກັບ ອີຣານ ຈາກການປະຕິວັດອິດສະລາມເມື່ອປີ 1979. ທີສອງ, ອີຣານ ຕຳໜິຕິຕຽນບັນດາມາດຕະການນີ້ລ້ວນແຕ່ມີລັກສະນະການເມືອງ ແລະ ໃຫ້ຮູ້ວ່າ ຫຼາຍປະເທດຢູ່ ເອີລົບ ກໍ່ສະໜັບສະໜູນທັດສະນະນີ້ຂອງອີຣານ ແລະ ມີຄວາມລະແວງສົງໄສລັກສະນະນິຕິກຳຂອງບັນດາມາດຕະການລົງໂທດໃໝ່ຂອງ ວໍຊິງຕັນ. ດັ່ງນັ້ນ, ອີຣານ ຖືວ່າ ອາເມລິກາ ບໍ່ມີສິດຟື້ນຟູບັນດາມາດຕະການລົງໂທດ ແລະ ຮຽກຮ້ອງໃຫ້ ICJ ຕ້ອງຍົກອອກຄຳຕັດສິນ ບັງຄັບໃຫ້ ອາເມລິກາ ໂຈະບັນດາມາດຕະການນີ້ໃນທັນທີ. ອີຣານ ກໍ່ຮຽກຮ້ອງວ່າຕ້ອງໄດ້ຮັບການຊົດເຊີຍຕໍ່ບັນຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ