ເລີ່ມປະຕິບັດການລາດຕະເວນຮ່ວມຄັ້ງທີ 120 ຢູ່ແມ່ນ້ຳຂອງ

(VOVWORLD) -ການລາດຕະເວນຮ່ວມຄັ້ງນີ້ໂດຍມີການເຂົ້າຮ່ວມຂອງກ່ຳປັ່ນ 5 ລຳ, ສຸມໃສ່ປາບປາມການເຄື່ອນໄຫວຂອງພວກອາດຊະຍາກຳຂ້າມຊາດ
ເລີ່ມປະຕິບັດການລາດຕະເວນຮ່ວມຄັ້ງທີ 120 ຢູ່ແມ່ນ້ຳຂອງ - ảnh 1 ການລາດຕະເວນ ຢູ່ແມ່ນ້ຳຂອງ
(ພາບປະກອບ: AFP)

ວັນທີ 23 ສິງຫາ, ບັນດາພາລະກອນປະຕິບັດກົດໝາຍມາຈາກ ຈີນ, ລາວ, ມຽມມາ ແລະ ໄທ ໄດ້ເລີ່ມປະຕິບັດການລາດຕະເວນຮ່ວມຄັ້ງທີ 120 ຢູ່ແມ່ນ້ຳຂອງ.

        ການລາດຕະເວນຮ່ວມຄັ້ງນີ້ໂດຍມີການເຂົ້າຮ່ວມຂອງກ່ຳປັ່ນ 5 ລຳ, ສຸມໃສ່ປາບປາມການເຄື່ອນໄຫວຂອງພວກອາດຊະຍາກຳຂ້າມຊາດ ເພື່ອແນໃສ່ຮັບປະກັນຄວາມປອດໄພ ແລະ ສະຖຽນລະພາບຢູ່ລຽບຕາມແມ່ນ້ຳຂອງ, ເສັ້ນທາງນ້ຳສຳຄັນສຳລັບການເຄື່ອນໄຫວຂົນສົ່ງຂ້າມຊາຍແດນລະຫວ່າງ ຈີນ, ລາວ, ມຽນມາ, ໄທ, ກຳປູເຈຍ ແລະ  ຫວຽດນາມ.

        ການເຄື່ອນໄຫວລາດຕະເວນຮ່ວມນີ້ໄດ້ເລີ່ມແຕ່ເດືອນ ທັນວາ 2011, ພາຍຫຼັງທີ່ພວກໂຈນສະຫຼັດຢຶດເອົາກ່ຳປັ່ນຂົນສົ່ງສິນຄ້າ 2 ລຳ ແລະ ເຂັ່ນຂ້າລູກເຮືອຂອງ ຈີນ 13 ຄົນຢູ່ແມ່ນ້ຳຂຶ້ນກັບ ໄທ ໃນວັນທີ 05 ຕຸລາ 2011.

ຕອບກັບ

ຂ່າວ/ບົດ​ອື່ນ