ເລີ່​​ມ​ປະ​ຕິ​ບັດ​ໂຄງ​ການ “ນະ​ຄອນ​ຂຽວ​ອັດ​ສະ​ລິ​ຍະ ອາ​ຊຽນ”

(VOVWORLD) -ພາຍຫຼັງການພົບປະໃນວັນທີ 19 ຕຸລາ ກັບທ່ານ Lim Jock Hoi  ເລຂາທິການໃຫຍ່ອາຊຽນ, ທ່ານ Frans Timmermans ຮອງປະທານບໍລິຫານຄະນະກຳມະການເອີລົບ (EC) ຮັບຜິດຊອບກ່ຽວກັບຂໍ້ຕົກລົງຂຽວ ເອີລົບ ໄດ້ປະກາດເລີ່ມປະຕິບັດ ໂຄງການ “ນະຄອນຂຽວອັດສະລິຍະ ອາຊຽນ”.

ເລີ່​​ມ​ປະ​ຕິ​ບັດ​ໂຄງ​ການ “ນະ​ຄອນ​ຂຽວ​ອັດ​ສະ​ລິ​ຍະ ອາ​ຊຽນ” - ảnh 1ຖະໜົນຫົນທາງ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ (ພາບ: THX/TTXVN)

ດ້ວຍການອຸປະຖຳຂອງ ສະຫະພາບເອີລົບ (EU), ໂຄງການນີ້ ຈະໜູນຊ່ວຍ 10 ນະຄອນຂອງ ປະເທດອາຊຽນ ເພື່ອແລກປ່ຽນບົດຮຽນ, ປະສົບການຕົວຈິງ ນຳກັນກໍ່ຄືກັບນະຄອນຕ່າງໆ ຢູ່ ເອີລົບ ໃນຂອບເຂດການພົວພັນຄູ່ຮ່ວມມືຂຽວ EU - ອາຊຽນ.

ໂຄງການ “ນະຄອນຂຽວອັດສະລິຍະ ອາຊຽນ” ກໍ່ຈະໄດ້ຜັນຂະຫຍາຍ ສົມທົບກັບຂໍ້ລິເລີ່ມອື່ນທີ່ມີຢູ່ແລ້ວໃນປັດຈຸບັນ ເປັນຕົ້ນແມ່ນ “ຂໍ້ລິເລີ່ມອາຊຽນ ກ່ຽວກັບນະຄອນຍືນຍົງທາງສິ່ງແວດລ້ອມ”, “ເຄືອຂ່າຍນະຄອນອັດສະລິຍະ ອາຊຽນ”, “ຍຸດທະສາດຫັນເປັນຕົວເມືອງ ອາຊຽນ ແບບຍືນຍົງ” ແລະ ໂຄງການ “ປ່ຽນແປງໃໝ່ອັດສະລິຍະ” ໂດຍ EU ອຸປະຖຳ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ ຈາກາຕາ ຂອງ ອິນໂດເນເຊຍ, ບາງກອກ ຂອງ ໄທ ແລະ ແບກແລັງ ຂອງເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ