ເລີ່ມປະຕິບັດໂຄງການ”ຊຸກຍູ້ການເຊື່ອມຕົວຂອງຄົນພິການຢູ່ຫວຽດນາມ”

ເລີ່ມປະຕິບັດໂຄງການ”ຊຸກຍູ້ການເຊື່ອມຕົວຂອງຄົນພິການຢູ່ຫວຽດນາມ” - ảnh 1
ຄົນ​ພິ​ການ​ຮຽນ​ວິ​ຊາ​ຊີບ
ພາບ​ປະ​ກອບ:internet

(vovworld)- ພິ​ທີ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ “ຊຸກ​ຍູ້​ການ​ເຊື່ອມ​ຕົວ​ຂອງ​ຄົນ​ພິ​ການ​ຢູ​່​ຫວຽດ​ນາມ” ໂດຍ​ຄະ​ນະ​ເຄື່ອນ​ໄຫວ​ເພື່ອ​ການ​ພັດ​ທະ​ນາ​ການ​ເຊື່ອມ​ຕົວ ແລະ ສະ​ຖານ​ທູດ​ແຟງ​ລັງ ປະ​ຈຳ​ຫວຽດ​ນາມ ສົມ​ທົບ​ກັນ​ຈັ​ດ​ຕັ້ງ​ໃນ​ວັນ​ທີ 16/12 ຢູ່ ແຂວງ ທາຍງວຽນ. ນີ້​ແມ່ນ​ໂຄງ​ການ ໂດຍ​ສະ​ຖານ​ທູດ ແຟງ​ລັງ ອຸ​ປະ​ຖຳ ດ້ວຍ​ຈຳ​ນວນ​ເງິນ​ເກືອບ 210.000 ເອີ​ໂຣ ແລະ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຮອດ​ເດືອນ 11/2017 ຢູ່ ນະ​ຄອນ ທາຍງວຽນ. ກ່າວ​ຄຳ​ເຫັນ​ນະ​ພ​ິ​ທີ, ທ່ານ​ນາງ Annika Kaipola, ທີ່​ປຶກ​ສາ ​ຂອງສະ​ຖານ​ທູດ ແຟງ​ລັງ ໃຫ້​ຮູ້​ວ່າ: ໂຄງ​ການ​ດັ່ງ​ກ່າວ ຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້ ແລະ ການ​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ຄົ​ນ​ພິ​ການ, ພິ​ເສດ ແມ່ນ​ແມ່​ຍິງ​ພິ​ການ​ຢູ່ ທາຍງວຽນ ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ໂອ​ກາດ​ໄດ້​ສຳ​ພ​ັດ​ກັບ​ການ​ສຶກ​ສາ, ເສດ​ຖະ​ກິດ, ມີ​ວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ ແລະ ມີ​ລາຍ​ຮັບ​ເປັນ​ປົກ​ກະ​ຕິ.

ຂ່າວ/ບົດ​ອື່ນ