ເລີ່ມປະຕິບັດໂຄງການເພີ່ມທະວີຄວາມສາມາດຮັບປະກັນຄວາມໝັ້ນຄົງທາງການແພດຢູ່ຫວຽດນາມ

ເລີ່ມປະຕິບັດໂຄງການເພີ່ມທະວີຄວາມສາມາດຮັບປະກັນຄວາມໝັ້ນຄົງທາງການແພດຢູ່ຫວຽດນາມ - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສ​ຸກ ຫວຽດ​ນາມ
ແລະ ອາ​ເມ​ລິ​ກາ
(ພາບ:vovgiaothong.vn)

(vovworld) –  ​ກະ​ຊວງ​ສາ​ທາ​ລະ​ນ​ະ​ສ​ຸກ ຫວຽດ​ນາມ ແລະ ສູນ​​ການ​ແພດ​​ປ້ອງ​ກັນ ແລະ ​ຄວບ​ຄຸມໂລກ​​ລະ​ບາດ ອາ​ເມ​ລິ​ກາ ຫາກໍ່​ເລີ່ມ​​ປະ​ຕິ​ບັດ​ໂຄງ​ການ “ເພີ່ມ​ທະ​ວີ​​ຄວາມ​ສາ​ມາດ​ໃນ​ການ​ຮັບ​ປະ​ກັນຄວາມ​ໝັ້ນ​ຄົງ​ທາງ​ການ​ແພດທົ່ວ​ໂລກ​ຢູ່ ຫວຽດ​ນາມ”. ໂຄງ​ການ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ໄລ​ຍະ 5 ປີ (ແຕ່​ວັນ​ທີ 30/9/2015 ຮອດ​ເດືອນ 9/2019) ໂດຍ ສູນ​​ການ​ແພດ​​ປ້ອງ​ກັນ ແລະ ​ຄວບ​ຄຸມໂລກ​​ລະ​ບາດ ອາ​ເມ​ລິ​ກາ​ໜູນ​ຊ່ວຍ​ທາງ​ດ​້ານ​ເຕັກ​ນິກ ແລະ ການ​ເງິນ, ດ​້ວຍ​ແຫຼ່ງ​ທຶນ​ຊ່ວຍ​ເຫຼືອ​ລ້າ. ບັນ​ດາ​ຄູ່​ຮ່ວມ​ມື​ຕົ້ນ​ຕໍ​ເຂົ້າ​ຮ່ວມ​ການ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ​ລວມ​ມີ: ກົມ​ການ​ແພດ​​ປ້ອງ​ກັນ, ກົມ​ຄຸ້ມ​ຄອງ​ການກວດ, ປິນ​ປົວ​ພະ​ຍາດ….

        ແຜນ​ຮ່າງ​ສຸມ​ໃສ່​ເພີ່ມ​ທະ​ວີ ແລະ ສ້າງ​ຕັ້ງ​ບັນ​ດາ​ລະ​ບົບ​ຕິດ​ຕາມກວດ​ກາ​ໂລກ​ລະ​ບາດເພື່ອ​ແນ​ໃສ່​ກວດ​ພົບ​ໄວ​ບັນ​ດາ​ພະ​ຍາດ ເພື່ອ​ມີ​ມາດ​ຕະ​ການ​ຮັບ​ມື​ຢ່າງ​ທັນ​ການ, ຍົກ​ສູງ​ຄວາມ​ສາ​ມາດ​ຕອບ​ສະ​ໜອງ​ໄວ ແລະ ແກ້​ໄຂ​ບັນ​ດາ​ພະ​ຍາດ, ບໍ່​ປະ​ໃຫ້​ມັນ​ແຜ່​ລາມ​​ອອ​ກ​ສູ່​ວົງກ້​ວາງ​, ເປັນ​ເຈົ້າ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ ແລະ ເຮັດ​ໃຫ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຫລຸດ​ລົງ.


ຂ່າວ/ບົດ​ອື່ນ