ເລີ່ມ​ລົງ​ມື​ກໍ່​ສ້າງ, ເປີດ​ນຳ​ໃຊ້ 250 ກິດ​ຈະ​ກຳ, ໂຄງ​ການ​ທີ່​ມີ​ຄວາມ​ໝາຍ​ຫັນ​ປ່ຽນ​ພື້ນ​ຖານ​ໂຄງ​ລ່າງ​ແຫ່ງ​ຊາດ

(VOVWORLD) - ຕອນເຊົ້າວັນທີ 19 ສິງຫາ, ໃນທົ່ວປະເທດໄດ້ດຳເນີນຫຼາຍພິທີເລີ່ມລົງມືກໍ່ສ້າງ, ເປີດ ນຳໃຊ້ 250 ກິດຈະກຳ, ໂຄງການໃນພາບດຽວ ເພື່ອສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ (2/9/1945 - 2/9/2025). ພິທີໄດ້ຈັດຕາມຮູບແບບທາງໄກຈາກສະຖານທີໃຈກາງ (ຢູ່ສູນຕະຫຼາດນັດວາງສະແດງແຫ່ງຊາດ, ຮ່າໂນ້ຍ) ເຊື່ອມຕໍ່ກັບ 79 ສະຖານທີ່ຖ່າຍທອດສົດຂອງ 34 ແຂວງ, ນະຄອນ. ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມເຫດການຢູ່ສູນຕະຫຼາດນັດວາງສະແດງແຫ່ງຊາດ.
ເລີ່ມ​ລົງ​ມື​ກໍ່​ສ້າງ, ເປີດ​ນຳ​ໃຊ້ 250 ກິດ​ຈະ​ກຳ, ໂຄງ​ການ​ທີ່​ມີ​ຄວາມ​ໝາຍ​ຫັນ​ປ່ຽນ​ພື້ນ​ຖານ​ໂຄງ​ລ່າງ​ແຫ່ງ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ 

250 ໂຄງການ, ກິດຈະກຳໃນບໍລິເວນ 34 ແຂວງ, ນະຄອນ ໄດ້ເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ໃນໂອກາດນີ້ ລວມມູນຄ່າການລົງທຶນປະມານ 1.280.000 ຕື້ດົ່ງ (ປະມານ 50 ຕື້ USD), ຂຶ້ນກັບບັນດາຂົງເຂດ: ພື້ນຖານໂຄງລ່າງຄົມມະນາຄົມ; ກິດຈະກຳພົນລະເຮືອນ - ຕົວເມືອງ; ກິດຈະກຳອຸດສາຫະກຳ; ພື້ນຖານເຕັກນິກ; ເຮືອນຢູ່ສັງຄົມ; ກະສິກຳ ແລະ ພັດທະນາຊົນນະບົດ; ວັດທະນະທຳ, ກິລາ; ການສຶກສາ; ການປ້ອງກັນຊາດ ແລະ ສາທາລະນະສຸກ. ໃນນັ້ນ, ມີ 8 ໂຄງການສຳຄັນລະດັບຊາດ. ເມື່ອກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ບັນດາກິດຈະກຳກໍສະແດງໃຫ້ເຫັນການເຕີບໃຫຍ່, ຄວາໝັ້ນໃຈ, ຄຸນນະທາດ, ບືນຕົວຂຶ້ນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າທາງດ້ານເຕັກໂນໂລຢີຂອງຊາວ ຫວຽດນາມ; ສ່ອງແສງຄວາມມານະພະຍາຍາມ, ຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວຂອງທັງລະບົບການເມືອງ, ບັນດາເຈົ້າກຳທີ່ກ່ຽວຂ້ອງ ແລະ ປະຊາຊົນໃນການແຂ່ງຂັນເຂົ້າຮ່ວມ, ປະຕິບັດບັນດາກິດຈະກຳ, ໂຄງການ… ຢ່າງມີຊີວິດຊີວາ.

        “ພວກເຮົາຕັ້ງຄວາມຫວັງວ່າແຕ່ລະກິດຈະກຳ, ໂຄງການໃນມື້ນີ້ ຈະສືບຕໍ່ແມ່ນບັນດາສ່ວນປະກອບທີ່ເສີມສ້າງ ແລະ ເຮັດໃຫ້ພາບພົດຂອງຊາດ ຫວຽດນາມ “ເອກະລາດ - ເສລີພາບ - ສັນຕິພາບ - ເອກະພາບ - ເຊື່ອມໂຍງ - ໝັ້ນຄົງເຂັ້ມແຂງ - ຮຸ່ງເຮືອງ - ສີວິໄລ ແລະ ວັດທະນາຖາວອນ. ຫວັງວ່າ ພວກເຮົາຈະມີບັນດາກິດຈະກຳ, ສັນຍາລັກໃໝ່ຂອງປະເທດ ຫວຽດນາມ ຕື່ມອີກທີ່ເພືື່ອນມິດໃນພາກພື້ນ ແລະ ໃນໂລກ ເວົ້າເຖິງ ແລະ ປະທັບໃຈ, ມີຫຼາຍເຂດວັດທະນະທຳ - ສັງຄົມປະດິດຄິດສ້າງ ເພື່ອໃຫ້ປະຊາຊົນຊົມໃຊ້ນັບມື້ນັບຫຼາຍຂຶ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ