ເລີ່ມລົງມືກໍ່ສ້າງຫໍພິພິຕະພັນປະຕິວັດ ວຽງໄຊ ຢູ່ ລາວ

ເລີ່ມລົງມືກໍ່ສ້າງຫໍພິພິຕະພັນປະຕິວັດ ວຽງໄຊ ຢູ່ ລາວ - ảnh 1
ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​
ແລະ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​ເຂົ້າ​ຮ່ວມ​ພິທີ
(ພາບ: Đức Tám/TTXVN)

(vovworld) – ​ໂດຍ​ສືບ​ຕໍ່​ການ​ເຮັດວຽກ​ຢູ່​ບັນດາ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ. ຕອນ​ບ່າຍ​ວັນ​ທີ 14/03 ​ແລະ ຕອນ​ເຊົ້າ​ວັນ​ທີ 15/03, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ຫົວພັນ. ​ເຂົ້າ​ຮ່ວມ​ບາງ​ເຫດການ​ລະຫວ່າງ 2 ປ​ະ​ເທດ​ຢູ່​ແຂວງ​ຫົວພັນ ຍັງ​ມີ​ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ. ຢູ່​ເມືອງ ວຽງ​ໄຊ, ​ແຂວງ​ ຫົວພັນ ​ໄດ້​ຈັດ​ຕັ້ງ​ພິທີ​ເລີ່​ມລົງມື​ກໍ່ສ້າງ​​ຫໍພິພິຕະພັນ​ປະຕິວັດ ວຽງ​ໄຊ ​ແລະ ບູລະນະປູຊະນີ​ຍະສະ​ຖານ​ປະຫວັດສາດ ຖ້ຳ ຜາ​ແດງ ​ເຊິ່ງ​ແມ່ນ​ບ່ອນ​ເຮັດ​ວຽກຂອງ​ບັນດາ​ການ​ນຳ​ປະຕິວັດ ລາວ ​ໃນ​ການ​ຕໍ່ຕ້ານ. ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​ແລະ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງມື​ກໍ່ສ້າງ. ​ໂຄງການ​ນີ້​ຈະ​ຖືກ​ລົງມືກໍ່ສ້າງໃນ​ເວລາ 2 ປີ, ດ້ວຍ​ຍອດ​ເງິນ​ລົງທຶນ 32 ລ້ານ USD, ເຊິ່ງລວມມີ​ຫໍພິພິທະ​ພັນ ວາງສະ​ແ​ດງບັນດາ​ວັດຖຸ​ພັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອ​​ນ​ໄຫວ​ຂອງ​ບັນດາ​ ການ​ນຳ​ປະຕິວັດ ພ້ອມ​ກັບ​ຫຼາຍ​ໂຄງການ​ອື່ນ. ພາຍຫຼັງ​ກໍ່ສ້າງ​ສຳ​ເລັດ​ໃນ​ປີ 2015, ກິດ​ຈະ​ກຳ​ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ສັນຍາ​ລັກ​ແຫ່ງ​ປະຫວັດ​ສາດ​ປະຕິວັດຂອງ 2 ປະ​ເທດ, ຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມ​ັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢັ້ງຢືນ​ວ່າ ລັດຖະບານ​ຫວຽດນາມ​ຈະ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖີ່ນ​ຕ່າງໆ​ຂອງ​ຫວຽດນາມ ສືບ​ຕໍ່​ໜູນ​ຊ່ວຍ​ຮ່ວມ​ມື​ກັບ​ແຂວງ​ຫົວພັນ ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຍູ້​ແຮງ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ແຂວງ​ຫົວພັນຊ່ວຍ​ເຫຼືອ, ສ້າງ​ເງື່ອນ​ໄຂ​ສະດວກ​ກວ່າ​ອີກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ ມາ​ຮ່ວມ​ມື​ລົງທຶນ​ຢູ່​ທ້ອງ​ຖີ່​ນ. ຢູ່​ແຂວງ​ຫົວພັນ​, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ​ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງມື​ກໍ່ສ້າງ​ສະໜາມ​ບິ່ນ​ສາກົນ ນ້ອງ​ຂ້າງ. ນີ້​ແມ່ນ​ໂຄງການ​ໂດ​ຍກຸ່ມບໍລິສັດ ຮ່ວາງ​ແອ​ງຢາ​ລາຍ ຂອງ​ຫວຽດນາມ ​ເປັນ​ເຈົ້າ​ຂອງ​ລົງທຶນ, ດ້ວຍ​ຍອດ​ຈຳນວນ​ທຶນ 80 ລ້ານ USD.

​ເນື່ອງໃນໂອກາດນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ກໍໄດ້ໄຫວ້ອາ​ໄລຢູ່​ອະນຸສາວະລີ​ປະທານ ​ໄກສອນ ພົມວິຫານ ​ແລະ ຢ້ຽມຢາມ ບັນດາ​ຖ້ຳ​ປະຫວັດສາດ​ບ່ອນ​ທີ່​ບັນດາ​ການ​ນ​ຳລາວ ​ເຄີຍ​ເຮັດ​ວຽກ. ກ່ອນ​ໜ້າ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ພົບ​ປະເຈລະຈາ​ກັບ​ທ່າ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ, ວາງ​ພວງມາລາ ຢູ່ ອະ​ນຸສາ​ວາລີ ທະຫານ​ອາສາ​ສະໝັກ ຫວຽດນາມ ຢູ່ ລາວ ​ແລະ ອະນຸສາ​ວາລີນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ລາວ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ກໍ່​ໄດ້​ລົງ​ຢ້ຽມຢາມ​ບໍລິສັດ​ຮ່ວມ​ມື​ສາກົນ 705 - ​ທະຫານ​ເຂດ 2 ທີ່ພວມ​ຮ່ວມ​ມື​ລົງທຶນ​ຢູ່​ແຂວງ ຫົວພັນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຫວັງ​ວ່າ ກົມ​ກອງ​ຈະ​ສືບ​ຕໍ່​ປະຕິບັດ​ສຳ​ເລັດ​ໜ້າ​ທີ່, ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ