ເລີ່ມລົງມືກໍ່ສ້າງອະນຸ ສາວະລີປະທານ ໂຮ່ຈິມິນຢູ່ສີລັງກາ

ເລີ່ມລົງມືກໍ່ສ້າງອະນຸ ສາວະລີປະທານ ໂຮ່ຈິມິນຢູ່ສີລັງກາ - ảnh 1
(ພາບ:
baotintuc.vn)

(vovworld)-  ​ວັນ​ທີ 15/7, ພິທີ​ເລີ່​ມລົງມື​ກໍ່ສ້າງອະນຸສາວະລີ​ປະທານ​ໂຮ່ຈິ​ມິນ ​ໄດ້ຖືກ​ຈັດ​ຂຶ້ນ​ຢູ່ນະຄອນຫຼວງ​ໂກ​ໂລມ​ໂບ ປະ​ເທດ​ສີ​ລັງກາ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ໂຕນ​ຊິງ​ແທງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ສີ​ລັງກາ ​ໄດ້​ຂອບ​ອົກ​ຂອບ​ໃຈ​ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆ​ຂອງ​ສີ​ລັງກາ ຊື່​ງ​ໄດ້​ສ້າງ​ເງື່ອນ​ໄຂ​​ໃຫ້​ແກ່​ການ ​ກໍ່ສ້າງອະນຸສາວະລີ​ປະທານ​ໂຮ່ຈິ​ມິນ. ທ່ານ​ເອກ​ອັກຄະ​ລັດຖະທູດ​ໃຫ້​ຮູ້​ວ່າ: ພາຍຫຼັງ​ພິທີ​ເລີ່​ມລົງມື​ກໍ່ສ້າງ, ກິດຈະກຳ​ຈະ​ຖືກ​ກໍ່ສ້າງ​ຢ່າງ​ຮີບ​ດ່ວນ​ເພື່ອ​ສາມາດ​ຈັດ​ພິທີ​ເປີດ​ສະຫຼອງ​ໃນ​ທ້າຍ​ປີ​ນີ້​ຢ່າງ​ທັນ​ການ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ເຈົ້າຄອງ​ນະຄອນ​ໂກ​ໂລມ​ໂບ A.J.M Muzammil ​ເນັ້ນໜັກ​ວ່າ: ການ​ກໍ່ສ້າງ​ອະນຸສາວະລີ​ປະທານ​ໂຮ່ຈິ​ມິນ ຢູ່​ສີ​ລັງກາ ບໍ່​ພຽງ​ແຕ່​ເພື່ອ​ແນ​ໃສ່​ເຊີດ​ຊູ​ຜູ້​ນຳ​ຂອງ ປຊຊ ຫວຽດນາມ ຊື່​ງ​ແມ່ນ​ບຸກຄົນ​ປະຫວັດສາດ​ທີ່​ມີ​ຜົນ​ສະທ້ອນ​ອັນ​ໃຫ່ຍຫຼວງ​ໃນ​ໂລກ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄວາມ​ເປັນ​ກຽດ​ອັນ​ໃຫ່ຍຫຼວງ​ທີ່​ມີ​ຕໍ່ ປຊຊ ສີ​ລັງກາ ​ເວົ້າລວມ ​ແລະ ປຊຊ ນະຄອນຫຼວງ​ໂກ​ໂລມ​ໂບ ​ເວົ້າສະ​ເພາະ. ທ່ານ​ເຈົ້າຄອງ A.J.M Muzammil ສັນຍາ​ວ່າ​ຈະ​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ຫວຽດນາມ ກໍ່ສ້າງ​ກິດຈະກຳ​ສຳ​ເລັດ​ໂດຍ​ໄວ.

 

 

 

 

 

 

ຂ່າວ/ບົດ​ອື່ນ