ເລີ່ມເປີດງານແຂ່ງຂັນກິລາບານເຕະໃນຮົ່ມຢ່າງເປັນທາງການ

(VOVWORLD) -ງານແຂ່ງຂັນດັ່ງກ່າວຖືກດຳເນີນໃນລະຫວ່າງວັນທີ 14 ມິຖຸນາ ຫາວັນທີ 05 ກໍລະກົດ, ໂດຍ VOV ແລະ ສະຫະພັນກິລາບານເຕະຫວຽດນາມ ສົມທົບກັນຈັດຕັ້ງ.
ເລີ່ມເປີດງານແຂ່ງຂັນກິລາບານເຕະໃນຮົ່ມຢ່າງເປັນທາງການ - ảnh 1 (ແຂ່ງຂັນເຕະບານໃນຮົ່ມ futsal)

ຕອນບ່າຍວັນທີ 14 ມິຖຸນາ, ຢູ່ສະໜາມກິລາໃນຮົ່ມມະຫາວິທະຍາໄລ ຍາຈາງ, ແຂວງ ແຄ໊ງຮ່ວາ, ໄດ້ດຳເນີນການແຂ່ງຂັນເຕະບານໃນຮົ່ມ futsal ແລະ ງານແຂ່ງຂັນ futsal HD Bank ນັກສຶກສາເຂດຕອນໃຕ້ພາກກາງ ແລະ ເຂດ ໄຕງວຽນ. ງານແຂ່ງຂັນດັ່ງກ່າວຖືກດຳເນີນໃນລະຫວ່າງວັນທີ 14 ມິຖຸນາ ຫາວັນທີ 05 ກໍລະກົດ, ໂດຍ VOV ແລະ ສະຫະພັນກິລາບານເຕະຫວຽດນາມ ສົມທົບກັນຈັດຕັ້ງ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເຈິ່ນມິງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV, ທັງເປັນຫົວໜ້າຄະນະຊີ້ນຳ futsal ແຫ່ງຊາດ 2020, ເນັ້ນໜັກວ່າ.

        “ດ້ວຍຈິດໃຈບືນຕົວຂຶ້ນ, VOV ໃຫ້ຄຳໝັ້ນສັນຍາສົມທົບກັບສະຫະພັນບານເຕະຫວຽດນາມ ຈັດງານແຂ່ງຂັນ futsal HD Bank ຊິງຊະນະເລີດແຫ່ງຊາດ 2020 ໃຫ້ບັນລຸຜົນສຳເລັດ. ພວກຂ້າພະເຈົ້າຫວັງວ່າ, ງານແຂ່ງຂັນນີ້ຈະປະກອບສ່ວນດຶງດູດຊາວໜຸ່ມເຍົາວະຊົນໃນທົ່ວປະເທດ ເຂົ້າຮ່ວມການຝືກແອບ futsal ຫຽດນາມ ພັດທະນາ ແລະ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ”.

        ກໍ່ກ່ຽວຂ້ອງເຖິງເຫດການກິລາບານເຕະ, ໜັງສືພິມ Fox Sport ໄດ້ນຳຄູປຶກ Park Hang Seo ຂອງທິມບານເຕະຫວຽດນາມ ເຂົ້າໃນບັນຊີລາຍຊື່ຄູຝຶກ 9 ຄົນດີເດັ່ນທີ່ສຸດຢູ່ອາຊີ, ທຽບເທົ່າກັບບັນດາຄູຝຶກທີ່ມີຊື່ສຽງຄື: Alberto Zaccheroni, Guus Hiddink ຫຼື Carlos Queiroz…

ຕອບກັບ

ຂ່າວ/ບົດ​ອື່ນ