ເລື່ອງນິທານ Andersen ຖືກສະແດງຜ່ານຕຸກກະຕານ້ຳຂອງຫວຽດນາມ

ເລື່ອງນິທານ Andersen ຖືກສະແດງຜ່ານຕຸກກະຕານ້ຳຂອງຫວຽດນາມ - ảnh 1
ການປະຊຸມຂ່າວເມື່ອວັນທີ 28/10

(vovworld) – ​ໂຮງ​ລະຄອນ​ຕຸກກະຕາ​ນ້ຳ ​ຫວຽດນາມ ຫາ​ກໍ່ປະກາດ​ໝາກຜົນ​ໃນ​ເບື້ອງ​ຕົ້ນ​ຂອງ​ໂຄງການ​ຮ່ວມ​ມື​ສິລະ​ປ​ະລະຫວ່າງ​ໂຮງ​ລະຄອນ​ຕຸກກະຕາ ຫວຽດນາມ ​ແລະ ອົງການ Inter Riviera SA ຝຣັ່ງ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ສິລະ​ປະ​ຕຸກກະ​ຕຳ​ນ້ຳ ຫວຽດນາມ ​​ສະ​ແດງ​ເລື່ອງນິທານ Andersen, ​ເຊິ່ງ​ແມ່ນ​ວັນນະຄະດີ​ຂອງ​ຕ່າງປະ​ເທດ​​, ​ເພື່ອ​ສ້າງ​ຄວາມດຶງ​ດູດ​ກ່ວາໃຫ້​ຕຸກກະຕາ​ນ້ຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ ຫວຽດນາມ. ນັກ​ສິລະ​ປີນ​ດີ​ເດັ່ນ ຫງວຽນ​ຕ໋ຽນຢຸ້ງ, ຮອງ​ຜູ້ອຳ​ນວນ​ການ​ໂຮງ​ລະຄອນ​ຕຸກກະຕາ​ນ້ຳ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ບັນດາ​ເລື່ອງ​ນິທານ​ທີ່​ດີ​ເດັ່ນ​ຂອງ​ນັກ​ປະພັນ​ແດນ​ມາດ Andersen ​ທີ່​ນຳ​ເຂົ້າ​ເວທີ​ສະ​ແດງ​ຕຸກກະຕາ​ນ້ຳ​ທັງ​ໂຄສະນາ​ສິລະ​ປະ​ສະ​ແດງຕຸກກະຕາ​ນ້ຳ ຫວຽດນາມ ທັງ​ເຊື່ອມ​ໂຍງ​ເຂົ້າ​ກັບສິລະ​ປະ​ສະ​ແດງ​ສາກົນອີກ. ຂ້າພະ​ເຈົ້າ​ຄິດ​ວ່າ, ນັ້ນ​ແມ່ນ​ການ​ສົມທົບ​ດີທີ່​ສຸດ.”

        ຄາດ​ວ່າ, ລາຍການ​ນີ້​ຈະ​ຖືກ​ນຳ​ໄປສະ​ແດງ​ຢູ່​ນະຄອນຫຼວງ ປາຣີ, ປະ​ເທດ ຝຮັ່ງ ​ໃນ​ເດືອນ 12/2013, ຫຼັງ​ຈາກ​ນັ້ນ​ຈ​ະນຳ​ໄປສະ​ແດງ​ຢູ່​ປະ​ເທດ ຝຣັ່ງ​ໃນ​ເດືອນ 6 ​ແລະ 12/2014 ​ໃນ​ຂອບ​ເຂດ​ລາຍກນປີ ຫວຽດນາມ ຢູ່​ຝຣັ່ງ.

ຂ່າວ/ບົດ​ອື່ນ