ເວທີປາຖະກະຖາ MDEC-ເຮົ໊າຢາງປີ2016ຈະດຳເນີນໃນເດືອນກໍລະກົດທີ່ຈະມາເຖິງ

ເວທີປາຖະກະຖາ MDEC-ເຮົ໊າຢາງປີ2016ຈະດຳເນີນໃນເດືອນກໍລະກົດທີ່ຈະມາເຖິງ - ảnh 1
ເວທີປາຖະກະຖາ MDEC-ເຮົ໊າຢາງປີ2016
ຈະດຳເນີນໃນເດືອນກໍລະກົດທີ່ຈະມາເຖິງ
(ພາບ: baochinhphu)


(vovworld) – ເວ​ທີ​ປາ​​ໄສ​ການ​ຮ່ວມ​ມືດ້ານ​ເສດ​ຖະ​ກິດ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ- ເຮົ໊າ​ຢາງ ປີ 2016 (MDEC- ເຮົ໊າ​ຢາງ 2016) ທີ່​ມີ​ຫົວ​ຂໍ້​ວ່າ: “ທົ່ງ​ພຽງ​ແມ່​ນ້ຳ​ຂອງ-ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ” ຈະ​ດຳ​ເນີນ ໃນ​ລະ​ຫວ່າງ ວັນ​ທີ 11/7 ເຖິງ ວັນ​ທີ 15/7 ຈະ​ມາ​ເຖິງ.

        ​ເວ​ທີ​ປາ​​ໄສ MDEC ແມ່ນ​ການ​ເຄື່ອນ​ໄຫວ​ຮ່ວມ​ສຳ​ພັນ​ແບບ​ເປີດ ເພື່ອ​ແນ​ໃສ່​ຍູ້​ແຮງ ການ​ໂຄສະ​ນາ​​ພາບ​ພົດ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ເຂດ; ເພີ່ມ​ທະ​ວີ​ການ​ຮ່ວມ​ມືດ້ານ​ເສດ​ຖະ​ກິດ, ສ້າງ​ບັນ​ດາ​​ການ​ຮ່ວມ​ມື ລະ​ຫວ່າງ ບັ​ນ​ດາແຂວງ, ນະ​ຄອນໃນ​ ​ເຂດ​ນຳ​ກັນ, ສຳ​ລັບ ບັ​ນ​ດາແຂວງ, ນະ​ຄອນ ໃນ​ທົ່ວ​ປະ​ເທດ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ; ການ​ຂຸດ​ຄົ້ນ​ທີ່​ມີ​ປະ​ສິດ​ທິ​ພາບ ບັນ​ດາ​ແຫຼ່ງ​ກຳ​ລັງ​ທີ່​ມີ​​ຢູ່​ແລ້ວ ຂອງ​​ແຕ່​ລະທ້ອງ​ຖິ່ນ ແລະ ເຂດ​, ນຳ​ມາ​ເຊິ່ງ​ການ​​ເຕີບ​ໂຕ​ແບບ​ຍືນ​ຍົງ. ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ຮ່ວມມື ລະ​ຫວ່າງ  ບັນ​ດາ​ແຂວງ​ພາກ​ພື້ນ ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ກັບ​ຕ່າງ​ປະ​ເທດ, ການ​ຮ່ວມ​ມື ກັບບັນ​ດາ​ປະ​ເທດ​ທີ່​ມີ​ຜົນ​ປະ​ໂຫຍດ ​ກ່ຽວ​ຂ້ອງໃນ​ການ​ຄຸ້ມ​ຄອງ ແລະ ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ແມ່​ນ້ຳ​ຂອງ; ການ​ຮ່ວ​ມ​ມື​ສົ່ງ​ເສີມ​ດ້ານ​ການ​ຄ້າ, ​ສົ່ງ​ເສີມ​​ດ້ານການ​ລົງ​ທຶນ ແລະ ​ດ້ານ​ທ່ອງ​ທ່ຽວ.

ຂ່າວ/ບົດ​ອື່ນ