ເວ​ທີ​ປາ​ໄສ​ 50 ປີ ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ - ອົດ​ສະ​ຕາ​ລີ

(VOVWORLD) -  ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ສະຖານບັນການເມືອງແຫ່ງຊາດ  ໂຮ່ຈີມິນ ໄດ້ສົມທົບກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ, ຈັດເວທີປາໄສວິທະຍາສາດດ້ວຍຫົວຂໍ້: “50 ປີ ແຫ່ງການພົວພັນ ຫວຽດນາມ - ອົດສະຕາລີ (1973 – 2023): ການຮ່ວມມືພາກພື້ນ ໃນໂລກມີການປ່ຽນແປງ”.
ເວ​ທີ​ປາ​ໄສ​ 50 ປີ ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ - ອົດ​ສະ​ຕາ​ລີ - ảnh 1ທ່ານຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຫງວຽນຊວັນຖັງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: VOV)

ເວທີປາໄສດັ່ງກ່າວ ແມ່ນໂອກາດເພື່ອໃຫ້ບັນດານັກວິທະຍາສາດ, ນັກຊ່ຽວຊານ ກໍຄືບັນດາການນຳ, ນັກຄຸ້ມຄອງ ຫວຽດນາມ ແລະ ອົດສະຕາລີ ພ້ອມກັນແລກປ່ຽນ, ປຶກສາຫາລື, ໄຈ້ແຍກເຮັດແຈ້ງ, ຕີລາຄາບັນດາເນື້ອໃນ, ເປັນຕົ້ນແມ່ນ: ການຮ່ວມມືພາກພື້ນ ແມ່ນໜຶ່ງໃນບັນດາແບບວິທີທີ່ມີປະສິດທິຜົນ ເພື່ອໃຫ້ບັນດາປະເທດປັບຕົວ ແລະ ຮັບມືກັບການປ່ຽນແປງຂອງໂລກ ແລະ ພາກພື້ນໃນປັດຈຸບັນ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຫງວຽນຊວັນຖັງ ໃຫ້ຮູ້ວ່າ: 50 ປີ ຜ່ານມາ, ສອງປະເທດ ໄດ້ບັນລຸໄດ້ການຮ່ວມມືທີ່ນັບມື້ນັບຮອບດ້ານ, ເລິກເຊິ່ງ, ມີປະສິດທິຜົນໃນຫຼາຍຂົງເຂດສຳຄັນ, ເປັນຕົ້ນແມ່ນ: ເສດຖະກິດ, ການສຶກສາ - ບຳລຸງສ້າງ, ວິທະຍາສາດເຕັກໂນໂລຢີ, ການປ້ອງກັນຊາດ, ກິລາ, ວັດທະນະທຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

        ໃນເວທີປາໄສດັ່ງກ່າວ, ທ່ານນາງ Penny Wong ສະມາຊິກສະພາສູງ, ລັດຖະມົນຕີການຕ່າງປະເທດ ອົດສະຕາລີ  ປະກາດບ້ວງເງິນຊ່ວຍເຫຼືອໃໝ່ຂອງປະເທດນີ້ ທີ່ມີມູນຄ່າ 94,5 ລ້ານ AUD ໃຫ້ແກ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງ ໃນໄລຍະ 2023 – 2034.

ຕອບກັບ

ຂ່າວ/ບົດ​ອື່ນ