ເວທີປາໄສ Army 2018: ລັດເຊຍ ລົງທຶນໃຫ້ການກໍ່ສ້າງພື້ນຖານໂຄງລ່າງການທະຫານເປັນຈຳນວນຫລວງຫລາຍ

(VOVWORLD) - ຢູ່ນອກກອງປະຊຸມເວທີປາໄສອຸດສາຫະກຳປ້ອງກັນຊາດ Army-2018 ພວມດຳເນີນຢູ່ ມົດສະກູ ປະເທດ ລັດເຊຍ,
 ເວທີປາໄສ Army 2018: ລັດເຊຍ ລົງທຶນໃຫ້ການກໍ່ສ້າງພື້ນຖານໂຄງລ່າງການທະຫານເປັນຈຳນວນຫລວງຫລາຍ - ảnh 1 ເວທີປາໄສ Army 2018: ລັດເຊຍ ລົງທຶນໃຫ້ການກໍ່ສ້າງພື້ນຖານໂຄງລ່າງການທະຫານເປັນຈຳນວນຫລວງຫລາຍ (ພາບ:THX/TTXVN )

ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Timur Ivanov ຖະແຫຼງວ່າ ກະຊວງປ້ອງກັນປະເທດ ລັດເຊຍ ຈະລົງທຶນປະມານ 1,7 ຕື້ USD ເພືຶ່ອກໍ່ສ້າງບັນດາພື້ນຖານໂຄງລ່າງດ້ານການທະຫານໃນທົ່ວປະເທດໃນປີ 2019.

        ວັນທີ 23 ສິງຫາ, ກ່າວຄຳເຫັນທີ່ກອງປະຊຸມໂຕະມົນກ່ຽວກັບການກໍ່ສ້າງກອງທັບພາຍໃນປະເທດ. ທ່ານ Timur Ivanov ໃຫ້ຮູ້ວ່າ: ພື້ນຖານໂຄງລ່າງດ້ານການທະຫານເກືອບ 3.500 ແຫ່ງ ຈະໄດ້ນຳເຂົ້າການເຄື່ອນໄຫວໃນທ້າຍປີນີ້. ທ່່ານຮອງລັດຖະມົນຕີ Timur Ivanov ຊີ້ແຈ້ງວ່າ ນີ້ເປັນຄັ້ງທຳອິດ ລັດເຊຍ ຮັບຮອງເອົາລະດັບການລົງທຶນທີ່ມີມູນຄ່າ 1.000 ຕື້ Ruble ໃນຮອບເວລາ 10 ປີ ໃຫ້ແກ່ໂຄງການຫັນກຳລັງປະກອບອາວຸດຂອງ ລັດເຊຍ ເປັນທັນສະໄໝ.ໂຄງການດັ່ງກ່າວ ຈະໄດ້ຜັນຂະຫຍາຍໃນປີນີ້ ແລະ ບ້ວງການລົງທຶນທຳອິດໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ.

        ໄວທີປາໄສ Army-2018 ໄດ້ໄຂຂຶ້ນໃນວັນທີ 21 ສິງຫາ ຢູ່ສູນກອງປະຊຸມ ແລະ ວາງສະແດງ Patriot ຢູ່ເທດສະບານ Kubinka ແລະ ຈະແກ່ຍາວຮອດວັນທີ 26 ສິງຫາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ