ເວ​ທີ​ປາ​ໄສ ອາ​ຊີ ປົວ​ຢ​າວ 2022: ອາ​ຊີ ຮີບ​ເຮັ່ງ​ປະ​ຕິ​ບັດ​ເປົ້າ​ໝາຍ​ຫັນ​ເປັນ​ສີ​ຂ​ຽວ

(VOVWORLD) -ບັນດາປະເທດ ອາຊີ ພວມເຄື່ອນໄຫວຢ່າງຮີບເຮັ່ງ ແລະ ມີຄວາມຮັບຜິດຊອບ ເພື່ອແນໃສ່ຕອບສະໜອງຄຳຮຽກຮ້ອງຫັນເປັນສີຂຽວ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຄຳຕີລາຄາດັ່ງກ່າວໄດ້ຍົກອອກໃນບົດລາຍງານໂດຍ ເວທີປາໄສ ອາຊີ ປົວຢາວ (BFA) ປະກາດໃນວັນທີ 20 ເມສາ.
ເວ​ທີ​ປາ​ໄສ ອາ​ຊີ ປົວ​ຢ​າວ 2022: ອາ​ຊີ ຮີບ​ເຮັ່ງ​ປະ​ຕິ​ບັດ​ເປົ້າ​ໝາຍ​ຫັນ​ເປັນ​ສີ​ຂ​ຽວ - ảnh 1ບັນດາວິສາຫະກິດໝູນໃຊ້ຫຼາຍແບບວິທີເພື່ອຫັນເປັນສີຂຽວ, ໃນນັ້ນ ມີການຫັນໄປສູ່ພະລັງງານຜະລິດຄືນໃໝ່ ແລະ ສ້າງໂຄງປະກອບຄຸ້ມຄອງແບບຍືນຍົງ (ພາບ: ສຳນັກຂ່າວສານຊິນຮວາ)

ຕາມບົດລາຍງານທີ່ມີຊື່ວ່າ “ການພັດທະນາແບບຍືນຍົງ: ບົດລາຍງານປະຈຳປີ ອາຊີ ແລະ ໂລກ ປີ 2022” ແລ້ວ, ໄລ່ຮອດທ້າຍປີ 2021, ມີ 25 ປະເທດ ອາຊີ ຍົກອອກຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດລົງໃນລະດັບ 0 (net – zero). ເພື່ອເພີ່ມທະວີວຽກງານຄຸ້ມຄອງບັນຫານີ້, ລັດຖະບານບັນດາປະເທດ ອາຊີ ໄດ້ປະຕິບັດຫຼາຍມາດຕະການ ລວມທັງການສ້າງຕັ້ງຄະນະກຳມະການຕ່າງໆ ແລະ ກຸ່ມການນຳຂັ້ນສູງຕິດຕາມກວດກາວິວັດທະນະການກໍ່ສ້າງ ແລະ ປະຕິບັດຍຸດທະສາດ net – zero ຂອງປະເທດຊາດ, ກຳນົດບັນດາເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດກາກບອນ ແລະ ຂັ້ນຕອນປະຕິບັດເພື່ອບັນລຸໄດ້ເປົ້າໝາຍນີ້ ກໍຄືສ້າງລະບົບຊື້ - ຂາຍກາກບອນ.

        ຕາມບົດລາຍງານດັ່ງກ່າວແລ້ວ, ມີວິສາຫະກິດຫຼາຍແຫ່ງຢູ່ ອາຊີ ກໍຕັ້ງໜ້າໃນບັ້ນປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ມີວິສາຫະກິດ 440 ແຫ່ງເຂົ້າຮ່ວມຂໍ້ລິເລີ່ມ ເປົ້າໝາຍ ໂດຍອີງໃສ່ພື້ນຖານວິທະຍາສາດ. ຕາມນັ້ນແລ້ວ, ບັນດາວິສາຫະກິດເຫຼົ່ານີ້ ກໍໝູນໃຊ້ຫຼາຍແບບວິທີເພື່ອຫັນເປັນສີຂຽວ, ໃນນັ້ນ ມີການຫັນໄປສູ່ພະລັງງານຜະລິດຄືນໃໝ່ ແລະ ສ້າງໂຄງປະກອບຄຸ້ມຄອງແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ