ເວທີປາໄສ ອາຊີຕາເວັນອອກ ຄັ້ງທີ 11 ປຶກສາຫາລືກ່ຽວກັບການຮ່ວມມືດ້ານທ່ອງທ່ຽວ ອາຊຽນ

ເວທີປາໄສ ອາຊີຕາເວັນອອກ ຄັ້ງທີ 11 ປຶກສາຫາລືກ່ຽວກັບການຮ່ວມມືດ້ານທ່ອງທ່ຽວ ອາຊຽນ - ảnh 1
ແຂກທ່ອງທ່ຽວຕ່າງປະເທດ ຢ້ຽມຢາມ ວິຫານ ງອກເຊີນ ຢູ່ ຮ່າໂນ້ຍ
(ພາບ: Bích Ngọc/TTXVN)

(vovworld) – ​ເວທີ​ປາ​ໄສ​ ອາຊີ​ຕາ​ເວັນ​ອອກ (EAF) ຄັ້ງ​ທີ 11 ດ້ວຍ​ຫົວ​ຂໍ້ “​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ມະນຸດນຳ​ກັນ” ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ Kyoto ຂອງ ຍີ່ປຸ່ນ​ໃນ​ວັນ​ທີ 21/8, ດ້ວຍ​ຫົວ​ຂໍ້​ຕົ້ນ​ຕໍ່​ແມ່ນ​​ການ​ຮ່ວມ​ມື​ດ້ານທ່ອງທ່ຽວ​ລະຫວ່າງ 10 ປະ​ເທດ​ສະມາຊິກ ອາ​ຊຽນ. ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ກອງ​ປະຊຸມ​ທີ່​​ແກ່​ຍາວ​ເປັນ​ເວລາ 2 ວັນນີ້​ແມ່ນ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມມືດ້ານທ່ອງທ່ຽວ​ລະຫວ່າງບັນດາ​ປະ​ເທດ ອາ​ຊຽນ, ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການທ່ອງທ່ຽວ​ໃນ​ພາກ​ພື້ນ, ສົ່ງ​ເສີມ​ມະນຸດ​ພົບ​ປະກັນ, ​ແລກປ່ຽນ​ກ່ຽວ​ກັບ​ວັດທະນະທຳ, ກຳລັງ​ແຮງ​ງານ, ການ​ບໍລິການ ​ແລະ ບັນດາ​ປັດ​ໄຈ​ຜະລິ​ດອື່ນ​ໆ. ​ທີ່​ກອງປະຊຸມ​ແກ່ຍາວ​ເປັນ​ເວລາ 2 ວັນ​ນີ້, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ຈະ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາກົນ​ສຳລັບ​ການທ່ອງທ່ຽວ ​ແລ​ະ ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ຢູ່ ອາຊີ.

ຂ່າວ/ບົດ​ອື່ນ