ເວທີປາໄສການນຳ ອາຊຽນ ມຸ່ງໄປເຖິງການສ້າງປະຊາຄົມເສດຖະກິດ ອາຊຽນ ໃນປີ 2015

ເວທີປາໄສການນຳ ອາຊຽນ ມຸ່ງໄປເຖິງການສ້າງປະຊາຄົມເສດຖະກິດ ອາຊຽນ ໃນປີ 2015 - ảnh 1
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)

(vovworld) –  ​ເວທີ​ປາ​ໄສ​ການ​ນຳ ອາ​ຊຽນ ຄັ້ງ​ທີ 10 ດ້ວຍ​ຫົວ​ຂໍ້​ວ່າ: “ອາ​ຊຽນ ​ໃນ​ຈຸດ​ເວລາ​ສຳຄັນ - ມຸ່ງ​ໄປ​ເຖິງອະນາຄົດ​ລວມ, ​ວັດທະນາ​ຖາວອນ​ລວມ ​ແລະ ​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ” ພວມ​ຖືກ​ຈັດ​ຂຶ້ນ​ຢູ່ ມາ​ເລ​ເຊຍ. ທີ່​ເວທີ​ປາ​ໄສ, ບັນດາ​ການ​ນຳ​ການ​ເມື​ອງ ​ແລະ ວິ​ສາ​ຫະກິດ ພ້ອມ​ກັບ​ຊ່ຽວຊານ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ໄລຍະ​ທາງ​ໃນ​ຕໍ່ໜ້າ​ຂອງ ອາ​ຊຽນ ​ແລະ ອະນາຄົດ​ຂອງ​ພາກ​ພື້ນ, ພ້ອມ​ທັງ​ຮັບ​ຮູ້​ບັນດາ​ຜົນງານ, ຜົນສຳ​ເລັດ ​ແລະ ສິ່ງ​ກີດ​ຂວາງ​ຂອງ ອາ​ຊຽນ ກໍ່ຄື​ບັນດາ​ສິ່ງ​ທ້າ​ທາຍ​ ​ແລະ ກາລະ​ໂອກາດ​ໃນ​ຕໍ່ໜ້າ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ການ​ກໍ່ສ້າງ​​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC) ​ໃຫ້​ສຳ​ເລັດໃນ​ປີ 2015. ​ໃນ​ສານ​ຝາກ​ເຖິງ​ເວທີ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Tun Razakcho ​ເວົ້າ​ວ່າ: ວິວັດ​ການ​ມຸ່ງ​ໄປ​ເຖິງ AEC ​ໃນ​ປີ 2015 ພວມກ້າວ​ເດີນ​ຢ່າງ​​ຖືກ​ທິດ ​ແລະ ບໍ່​ອາດ​ຕ່າວ​ປີ້ນ​ໄດ້. ທ່ານ​ນາຍົກລັດຖະມົນຕີ Najib ກໍ່​​ເນັ້ນ​ໜັກ​ຄວາມ​ສຳຄັນ​ຂ​ອງການ​ລົງທຶນ​ເຂົ້າ​ການ​ພັດທະນາມະນຸດ, ສຸມ​ໃສ່​ເຂົ້າ​ໃນ​ການ​ປ່ຽນ​ໃໝ່ ມີ​ຫົວຄິດປະ​ດິດສ້າງ ​ແລະ ສຸມ​ໃສ່​​ລຸ່ນໜຸ່ມ, ຖື​ນີ​ແມ່ນ​ບັນດາ​ການທ້າ​ທາຍ​ຕົ້ນ​ຕໍ່​ໃນ​ການ​ຮັບປະກັນ​ ອາ​ຊຽນ ຮັກ​ສາ​ຄວາມ​ແກ່ງ​ແຍ້​ງ​ໃນ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ