ເວທີປາໄສກ່ຽວກັບການສຶກສາຂັ້ນມະຫາວິທະຍາໄລ ລະຫວ່າງ ຫວຽດນາມ - ອີຕາລີ

(VOVWORLD) -  ຕອນບ່າຍວັນທີ 7 ຕຸລາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນເວທີປາໄສກ່ຽວກັບການສຶກສາຂັ້ນມະຫາວິທະຍາໄລ ຫວຽດນາມ - ອີຕາລີ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດບັນດາເຫດການສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ອີຕາລີ ເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍຂອງສອງປະເທດໃນຂົງເຂດການສຶກສາ ແລະ ບໍາລຸງສ້າງ.
ເວທີປາໄສກ່ຽວກັບການສຶກສາຂັ້ນມະຫາວິທະຍາໄລ ລະຫວ່າງ ຫວຽດນາມ - ອີຕາລີ - ảnh 1 ທ່ານ ຟ້າມກວາງຮຶງ, ຫົວໜ້າກົມຮ່ວມມືສາກົນ 

        ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ຟ້າມກວາງຮຶງ, ຫົວໜ້າກົມຮ່ວມມືສາກົນ (ສັງກັດກະຊວງສຶກສາ ແລະ ບໍາລຸງສ້າງຫວຽດນາມ), ໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ມີກວ່າ 550 ລາຍການຮ່ວມມືການກໍ່ສ້າງດ້ານວິຊາການ, ມີນັກສຶກສາພວມຄົ້ນຄວ້າຢູ່ ອີຕາລີປະມານ 1.000 ຄົນ.  ເມື່ອແບ່ງປັນກ່ຽວກັບຄວາມໝາຍຂອງເວທີປາໄສການສຶກສາຂັ້ນມະຫາວິທະຍາໄລ ຫວຽດນາມ - ອີຕາລີ, ທ່ານ ຟ້າມກວາງຮຶງ ເນັ້ນໜັກວ່າ:

        “ເວທີປາໄສຖືກຈັດຂຶ້ນໃນສະພາບການພວມຫັນການສຶກສາຂັ້ນມະຫາວິທະຍາໄລເຊື່ອມໂຍງເຂົ້າກັບສາກົນ - ໂດຍສຸມໃສ່ຄຸນນະພາບຫຼາຍກວ່າດ້ານປະລິມານນັ້ນ ແມ່ນຈະສົ່ງສານສໍາຄັນທີ່ສຸດກ່ຽວກັບອະນາຄົດການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ. ເວທີປາໄສ ຈະເຊື່ອມຕໍ່ບັນດາການນໍາມະຫາວິທະຍາໄລແຫ່ງຕ່າງໆຂອງ ອີຕາລີ, ສາກົນ ແລະ ຫວຽດນາມ. ພ້ອມກັນນັ້ນ, ກໍ່ປຶກສາຫາລື ບັນດາບັນຫາ, ສິ່ງທ້າທາຍຂອງພາກພື້ນ ແລະ ສາກົນ ກ່ຽວກັບການຫັນການສຶກສາຂັ້ນມະຫາວິທະຍາໄລເຊື່ອມໂຍງເຂົ້າກັບສາກົນ; ແບ່ງປັນກ່ຽວກັບທ່າອ່ຽງໃໝ່ໃນການຫັນການສຶກສາຂັ້ນມະຫາວິທະຍາໄລເຊື່ອມໂຍງເຂົ້າກັບສາກົນ ເພື່ອຍົກລະດັບການສຶກສາຂັ້ນມະຫາວິທະຍາໄລໃຫ້ຂຶ້ນສູ່ບາດກ້າວພັດທະນາໃໝ່; ຊຸກຍູ້ການຫັນປ່ຽນການສຶກສາໃນການສຶກສາຂັ້ນມະຫາວິທະຍາໄລ, ຊຸກຍູ້ ແລະ ຍົກສູງການຮ່ວມມືລະຫວ່າງ ຫວຽດນາມ - ອີຕາລີ ໃນອະນາຄົດ.

        ໃນຂອບເຂດການເວທີປາໄສ, ຜູ້ຕາງໜ້າຂອງມະຫາວິທະຍາໄລ 4 ແຫ່ງຂອງຫວຽດນາມ ແລະ ມະຫາວິທະຍາໄລ 5 ແຫ່ງຂອງ ອີຕາລີ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານການສຶກສາ. ພ້ອມກັນນັ້ນ,  ມະຫາວິທະຍາໄລ 18 ແຫ່ງຂອງ ອີຕາລີ ແລະ ຫວຽດນາມ ໄດ້ຈັດຕັ້ງການວາງສະແດງບັນດາຜະລິດຕະພັນການສຶກສາ, ອັນໄດ້ດຶງດູດນັກສຶກສາໂຮງຮຽນແຫ່ງຕ່າງໆມາຢ້ຽມຊົມເປັນຈໍານວນຫຼວງຫຼາຍ.


ຕອບກັບ

ຂ່າວ/ບົດ​ອື່ນ