ເວ​ທີ​ປາ​ໄສ​ດຳ​ເນີນ​ທຸ​ລະ​ກິດ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ - ສ້າງ​ປະ​ຖົມ​ປັດ​ໄຈ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ເປີດກວ້າງ​ການ​ຮ່ວມ​ມື​ກັບ ໂຮນ​ລັງ

(VOVWORLD) -ທີ່ເວທີປາໄສ, ທ່ານນາງ Elsbeth Akkerman, ເອກອັກຄະລັດຖະທູດ ໂຮນລັງ ເນັ້ນໜັກວ່າ, ສອງຝ່າຍມີເປົ້າໝາຍລວມແມ່ນຮັບປະກັນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຍືນຍົງຄົງຕົວ ໃນອະນາຄົດ, ມີຄວາມສາມາດຟື້ນຟູທາງດ້ານເສດຖະກິດ ແລະ ຊີວະພາບ. 
ເວ​ທີ​ປາ​ໄສ​ດຳ​ເນີນ​ທຸ​ລະ​ກິດ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ - ສ້າງ​ປະ​ຖົມ​ປັດ​ໄຈ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ເປີດກວ້າງ​ການ​ຮ່ວມ​ມື​ກັບ ໂຮນ​ລັງ - ảnh 1ພາບປະກອບ: TTXVN

ວັນທີ 8 ເມສາ, ຢູ່ເກິ່ນເທີ, ອົງການທູຕານຸທູດ ໂຮນລັງປະຈຳ ຫວຽດນາມ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສາຂາ ເກິ່ນເທີ  (VCCI ເກິ່ນເທີ) ແລະ ສະມາຄົມວິສາຫະກິດ ໂຮນລັງ ປະຈຳ ຫວຽດນາມ ຈັດຕັ້ງ “ເວທີປາໄສດຳເນີນທຸລະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ”. ເວທີປາໄສແມ່ນກາລະໂອກາດເພື່ອໃຫ້ໂຮນລັງອັບເດດໂຄງການດຳເນີນງານລະຫວ່າງ ຫວຽດນາມ - ໂຮນລັງ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ແນະນຳບັນດາມາດຕະການຂອງ ໂຮນລັງເພື່ອແກ້ໄຂສິ່ງທ້າທາຍຢູ່ເຂດດັ່ງກ່າວ, ດ້ວຍວາລະການປຶກສາຫາລື ກ່ຽວກັບກະສິກຳ, ນ້ຳ ແລະ ເຕັກໂນໂລຢີພະລາທິການ ກໍ່ຄືການພັດທະນາສູນກະສິກຳຂອງເຂດ.

ທີ່ເວທີປາໄສ, ທ່ານນາງ Elsbeth Akkerman, ເອກອັກຄະລັດຖະທູດ ໂຮນລັງ ເນັ້ນໜັກວ່າ, ສອງຝ່າຍມີເປົ້າໝາຍລວມແມ່ນຮັບປະກັນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຍືນຍົງຄົງຕົວ ໃນອະນາຄົດ, ມີຄວາມສາມາດຟື້ນຟູທາງດ້ານເສດຖະກິດ ແລະ ຊີວະພາບ. ໂຮນລັງເຊື່ອໝັ້ນວ່າ EVFTA ອາດຈະຊຸກຍູ້ ການພົວພັນຮ່ວມມືດຳເນີນທຸລະກິດກ່ວາອີກ, ແລະ ໂຮນລັງປາດຖະໜາຢາກກາຍເປັນຄູ່ຮ່ວມມືຂອງ ຫວຽດນາມ ເວົ້າລວມ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມເວົ້າສະເພາະໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດກ່ຽວກັບນ້ຳ ແລະ ການປ່ຽນແປງຂອງດິນຟ້າອາກາດ, ກ່ຽວກັບກະສິກຳແບບຍືນຍົງ ແລະ ຄ້ຳປະກັນດ້ານສະບຽງອາຫານ.

ຕອບກັບ

ຂ່າວ/ບົດ​ອື່ນ