ເວ​ທີ​ປາ​ໄສ​ຕຳຫຼວ​ດ​ທະ​ເລ ອາ​ຊຽ​ນ: ຊອກ​ຫາ​ສຽງ​ເວົ້າ​ລວມ​ຕໍ່​ບັນ​ດາ​ສິ່ງ​ທ້າ​ທາຍ​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ເຮືອ

(VOVWORLD) - ວັນທີ 5 ມິຖຸນາ, ເວທີປາໄສຕຳຫຼວດທະເລ ອາຊຽນ ໄດ້ໄຂຂຶ້ນຢູ່ນະຄອນ Davao, ຟີລິບປິນ ແລະ ແກ່ຍາວຮອດວັນທີ 8 ມິຖຸນາ. ເວທີປາໄສມີການເຂົ້າຮ່ວມຂອງຜູ້ບັນຊາການຫຼາຍທ່ານ ແລະ ຜູ້ແທນເກືອບ 300 ທ່ານທີ່ມາຈາກບັນດາປະເທດ ອາຊຽນ.

ເວ​ທີ​ປາ​ໄສ​ຕຳຫຼວ​ດ​ທະ​ເລ ອາ​ຊຽ​ນ: ຊອກ​ຫາ​ສຽງ​ເວົ້າ​ລວມ​ຕໍ່​ບັນ​ດາ​ສິ່ງ​ທ້າ​ທາຍ​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ເຮືອ - ảnh 1ພາບປະກອບ: CGDSM

ທ່ານ Armando Balilo ໂຄສົກຕຳຫຼວດທະເລ ຟີລິບປິນ (PCG) ໃຫ້ຮູ້ວ່າ ເວທີປາໄສແມ່ນໂອກາດເພື່ອໃຫ້ບັນດາຝ່າຍແບ່ງປັນຂໍ້ມູນ ແລະ ສະແດງໃຫ້ເຫັນການຮ່ວມມືໃນການປົກປັກຮັກສາຊັບພະຍາກອນທະເລ ຂອງອາຊີຕາເວັນອອກສ່ຽງໃຕ້, ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງໃນການເດີນເຮືອແບບເກົ່າ, ໄພທຳມະຊາດ ແລະ ສະພາບການສິ່ງແວດລ້ອມເຊື່ອມຊືມ, ພ້ອມທັງເປີດກວ້າງການພົວພັນລະຫວ່າງບັນດາປະເທດສະມາຊິກ, ພິເສດແມ່ນໃນບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມປອດໄພ ແລະ ຄວາມໝັ້ນຄົງຢູ່ທະເລຕາເວັນອອກ.

ເວທີປາໄສກໍ່ປຶກສາຫາລືມາດຕະການແກ້ໄຂໄພຄ້າຂາຍຢາເສັບຕິດ, ການຄ້າມະນຸດ, ການຫາປາແບບຜິດກົດໝາຍ, ໂຈນສະຫຼັດ ແລະ ອາວຸດລ້າງຜານໃນພາກພື້ນ. ໃນຂອບເຂດເວທີປາໄສ ກໍ່ຈະມີການແບ່ງປັນຂໍ້ມູນ ແລະ ຖະແຫຼງການຮ່ວມມືໃນການປົກປັກຮັກສາຊັບພະຍາກອນທາງທະເລຢູ່ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ