ເວທີປາໄສບັນດາປະເທດເກາະມະຫາສະໝຸດປາຊີຟິກ ຄັ້ງທີ 52

(VOVWORLD) - ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງບັນດາການນຳ PIF ນັບແຕ່ພາຍຫຼັງໂລກລະບາດໂຄວິດ-19
ເວທີປາໄສບັນດາປະເທດເກາະມະຫາສະໝຸດປາຊີຟິກ ຄັ້ງທີ 52 - ảnh 1(ພາບປະກອບ: The Conversation)

        ແຕ່ວັນທີ 07 – 10 ພະຈິກ, ເວທີປາໄສບັນດາປະເທດເກາະມະຫາສະໝຸດປາຊີຟິກ (PIF) ຄັ້ງທີ 25 ໄດ້ເລີ່ມດຳເນີນຢູ່ໝູ່ເກາະ Cook. ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງບັນດາການນຳ PIF ນັບແຕ່ພາຍຫຼັງໂລກລະບາດໂຄວິດ-19 ໂດຍມີການເຂົ້າຮ່ວມຢ່າງກວ້າງຂວາງຈາກບັນດາ “ປະເທດຄູ່ຮ່ວມມມື” ເພື່ອແນໃສ່ພ້ອມກັນແລກປ່ຽນ ແລະ ແກ້ໄຂບັນດາບັນຫາຢູ່ພາກພື້ນ.

        ໂຄງການດຳເນີນງານໄດ້ຮັບບຸລິມະສິດແຖວໜ້າຂອງບັນດາຜູ້ແທນຫຼາຍປະເທດແມ່ນ ລົບລ້າງການແກ່ງແຍ້ງດ້ານພູມສາດການເມືອງປະເທດໃຫຍ່, ສາມັກຄີ, ມານະພະຍາຍາມຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຊຸກຍູ້ຍຸດທະສາດມະຫາສະໝຸດປາຊີຟິກສີຂຽວຮອດປີ 2050, ການຍົກຍ້າຍກຳລັງແຮງງານ ແລະ ບັນດາບັນຫາຄວາມໝັ້ນຄົງຢູ່ພາກພື້ນ. ໃນນັ້ນ, ບຸລິມະສິດຈຸດສູມແມ່ນການປ້ອງກັນຕ້ານການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ