ເວທີປາໄສບາງບັນຫາກ່ຽວກັບສະພາບເສດຖະກິດ - ສັງຄົມ ຫວຽດນາມ ປີ 2019

(VOVWORLD) -  ຕອນເຊົ້າວັນທີ 26 ກັນຍາ, ທີ່ນະຄອນ ເຫ້ວ, ແຂວງ ເທື່ອທຽນ-ເຫ້ວ ໄດ້ດຳເນີນເວທີປາໄສບາງບັນຫາກ່ຽວກັບສະພາບເສດຖະກິດ - ສັງຄົມ ຫວຽດນາມ ປີ 2019 ໂດຍຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ຈັດຕັ້ງ.
ເວທີປາໄສບາງບັນຫາກ່ຽວກັບສະພາບເສດຖະກິດ - ສັງຄົມ ຫວຽດນາມ ປີ 2019 - ảnh 1 (ພາບປະກອບ)

        ທີ່ເວທີປາໄສນີ້, ນັກຊ່ຽວຊານບາງທ່ານໄດ້ຖືວ່າ: ພື້ນຖານເສດຖະກິດ ຫວຽດນາມ ໃນຊຸມເດືອນຕົ້ນປີ 2019 ຫລຸດລົງເມື່ອທຽບໃສ່ປີ 2018 ຍ້ອນວ່າ ຫວຽດນາມ ພວມສຸມໃສ່ເຂົ້າໃນການລົງທຶນສາທາລະນະຫລາຍໂພດ. ທ່ານ ຫງວຽນດຶກກຽນ, ຮອງຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:

        “ສະພາບເສດຖະກິດຂອງ ຫວຽດນາມ ໃນ 9 ເດືອນປີນີ້ ຍັງຄົງເຕີບໂຕພໍສົມຄວນ ແຕ່ບັນດາຜູ້ເຮັດວຽກງານຄົ້ນຄວ້າ ໄດ້ຍົກອອກມາບັນດາຕົວເລກຄາດໝາຍ ເພື່ອຊ່ວຍໃຫ້ສະມາຊິກສະພາແຫ່ງຊາດປຶກສາຫາລື. ຕົວຢ່າງຄື ພວກເຮົາເຫັນລະດັບຄວາມໄວການເຕີບໂຕ ບັນລຸໄດ້ລະດັບຄືພວກເຮົາວາງອອກ ແລະ ແມ່ນ top ສູງຂອງບັນດາປະເທດໃນພາກພື້ນ ອາຊີ ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ