ເວທີປາໄສລັດຖະມົນຕີຮ່ວມມືພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ

(VOVWORLD) -ມະຫາສະໝຸດອິນເດຍ - ປາຊີຟິກ ພວມແມ່ນເຂດຈຸດສຸມກ່ຽວກັບບັນຫາຄວາມໝັ້ນຄົງ, ເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ.
ເວທີປາໄສລັດຖະມົນຕີຮ່ວມມືພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ - ảnh 1ທ່ານລັດຖະມົນຕີການຕ່າງປະເທດຝລັ່ງ Jean-Yves Le Drian
(ພາບ: AFP/TTXVN)

ກອງປະຊຸມລັດຖະມົນຕີຮ່ວມມືພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ຖືກໄຂຂຶ້ນໃນວັນທີ 22 ກຸມພາ, ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຝລັ່ງ Jean-Yves Le Drian ຖືວ່າ, ມະຫາສະໝຸດອິນເດຍ - ປາຊີຟິກ ພວມແມ່ນເຂດຈຸດສຸມກ່ຽວກັບບັນຫາຄວາມໝັ້ນຄົງ, ເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ. ທ່ານຖືວ່າ, ໜ້າທີ່ຄວາມຮັບຜິດຊອບຂອງ ອີຢູ ແມ່ນພ້ອມກັບບັນດາຄູ່ຮ່ວມມືຢູ່ພາກພື້ນສ້າງການພົວພັນຮ່ວມມື ບົນຈິດໃຈເຄົາລົບອະທິປະໄຕຂອງທຸກໆຝ່າຍ, ສອດຄ່ອງກັບກົດໝາຍສາກົນ, ພັດທະນາແບບຍືນຍົງ ແລະ “ເພື່ອລັດທິວັດທະນະທຳມະນຸດທີ່ເໝາະສົມກັບບັນດາການຜັນແປຂອງຍຸກສະໄໝ”.

ພາຍຫຼັງວາລະປະຊຸມຄົບຄະນະ, ຜູ້ແທນໄດ້ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບ 3 ຫົວເລື່ອງຕົ້ນຕໍລວມມີ: ການເຊື່ອມຕໍ່ ແລະ ດີຈີຕອນ; ບັນດາບັນຫາທົ່ວໂລກ (ດິນຟ້າອາກາດ, ຊີວະນາໆພັນ, ມະຫາສະໝຸດ ແລະ ສຸຂະພາບ); ຄວາມໝັ້ນຄົງ ແລະ ການປ້ອງກັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ