ເວທີປາໄສວິສາຫະກິດ ຫວຽດນາມຢູ່ເອີລົບ


ເວທີປາໄສວິສາຫະກິດ ຫວຽດນາມຢູ່ເອີລົບ - ảnh 1

 (ພາບປະກອບ)

 (vovworld)- ​ ​ແຕ່​ວັນ​ທີ 23-24/8, ຢູ່​ໂຣມ, ປະ​ເທດ​ອີ​ຕາ​ລີ, ​ໄດ້​ຈັດ​ໃຫ້​ມີ ເວທີ​ປາ​ໄສ​ວິ​ສາ​ຫະກິດຫວຽດນາມຢູ່​ເອີ​ລົບ ຄັງທີ 8 ດ້ວຍ​ຫົວ​ເລື່ອງ “ວິ​ສາ​ຫະກິດ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ເອີ​ລົບ, ສະພາບ​ປະຈຸ​ບັນ ​ແລະ ການ​ກຳນົດ​ພັດທະນາ“ ​ໂດຍ​ມີ​ການຈົດ​ທະບຽນ​ເຂົ້າຮ່ວມ​ຂອງວິ​ສາ​ຫະກິດ​ກ່ວາ 300 ​ແຫ່ງ ​ແລະ ອົງການ​ທູ​ນາ​ນຸທູດ​ຫວຽດນາມ ຢູ່ 12 ປະ​ເທດ​ອີ​ລົບ ຊື່​ງສະ​ແດງ​ໃຫ້​ເຫັນ​ຄວາມ​ດຶງ​ດູດ ​ແລະ ຜົນສຳ​ເລັດ​ຂອງ​ເວທີ​ປາ​ໄສ. ທີ່​ເວທີ​ປາ​ໄສ​ຄັ້ງນີ້, ສະມາຄົມ​ນັກທຸລະກິດຫວຽດນາມ ອາ​ໄສ​ຢູ່​ຝະລັ່ງ ຍົກ​ອອກ​ຂໍ້​ສະ​ເໜີ​ການ​ຮ່ວມ​ມື​ລະອຽດ​ຄື: ​ເປີດ​ຮ້ານ​ຂາຍ​ເສື້ອ​ຍາວ​ຫວຽດນາມ  ຢູ່ ​ເອີ​ລົບ​ຕາ​ເວັນ​ອອກ ຜ່ານ​ເຄືຍ​ຂ່າຍ​ອິນ​ເຕີ​ແນັດ ​ແລະ ບັນດາ​ວິ​ສາ​ຫະກິດ​ເອີ​ລົບ​ຕາ​ເວັນ​ອອກ ຈະ​ສະໜອງເສື້ອ​ຍາວ​ຈາກ​ຫວຽດນາມ, ຫລັງ​ຈາກ​ນັ້ນຈະ​ແມ່ນ​ບັນດາ​ສິນຄ້າ​ປະ​ເພດ​ອື່ນໆ. ທ່ານ​ຫງວຽນ​ຫາຍ​ນາມ, ປະທານ​ສະມາຄົມ​ນັກທຸລະກິດ​ຫວຽດນາມ ປະຈຳ​ຝະລັ່ງ ​ໃຫ້​ຮູ້​ວ່າ:

  “ຕ້ອງ​ດຳ​ເນີນ​ທຸລະ​ກິດ​ຕາມ​ບັນດາ​ຫົວ​ເລື່ອງ​ມຸ່ງ​ໄປ​ເຖິງ​ຫວຽດນາມ. ຕົວຢ່າງ​ຄື: ​ເຝີ​ຫວຽດນາມ, ຢູ່​ເອີ​ລົບ​ຕາ​ເວັນ​ຕົກ​ຍັງ​ບໍ່​ທັນມີຮ້ານຂາຍ​ອາຫານ​​ຫວຽດນາມ​ຫຼາຍ. ບັນດານັກທຸລະກິດ​ຫວຽດນາມ ຢູ່​ຝະລັ່ງ ມີ​ຄວາມ​ຮູ້​ດ້ານ​ກົດໝາຍ​ແຕ່​ຂາດ​ດ້ານ​ການ​ເງິນ, ຈະ​ຕ້ອງ​ຮ່ວມ​ມື​ກັບ​ນັກທຸລກິດ​ຢູ່​ເອີ​ລົບ​ຕາ​ເວັນ​ຕົກ“./.

ຂ່າວ/ບົດ​ອື່ນ