ເວທີປາໄສວິສາຫະກິດຫວຽດນາມ-ສະຫະພັນລັດເຊຍ

ເວທີປາໄສວິສາຫະກິດຫວຽດນາມ-ສະຫະພັນລັດເຊຍ - ảnh 1
ເວທີປາໄສວິສາຫະກິດຫວຽດນາມ-ສະຫະພັນລັດເຊຍ

(vovworld) - ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ຫວຽດນາມ - ລັດ​ເຊຍ, ວັນ​ທີ 12/10, ຢູ່​ນະຄອນຫລວງ ມົດ​ສະ​ກູ, ສະຫະພັນ ລັດ​ເຊຍ, ກົມ​ສົ່​ງ​ເສີມ​ການ​ຄ້າ - ກະຊວງ​ອຸດສາຫະກຳ​ການ​ຄ້າ​ສົມທົບ​ກັບ​ສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດ​ເຊຍ ຈັດ​ຕັ້ງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ  - ສະຫະພັນ ລັດ​ເຊຍ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ ລ້າຍ​ງອກ​ດ່ວານ ອັກຄະ​ລັດຖະທູດ ຕີ​ລາຄາ​ສູງ​ການສະໜອງ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ ພ້ອມ​ທັງ​ຖື​ວ່າ: ​ເວທີ​ປາ​ໄສ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ຈຸດ​ເວລາ​ທີ່​ເໝາະ​ສົມ, ​ເມື່ອ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ​ແລະ ສຳພັນ​ທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ ຫາ​ກໍ່​ມີ​ຜົນ​ສັກສິດ​ເມື່ອ​ວັນ​ທີ 05/10/2016. ທ່ານ​ນາງ ບູຍທິ​ແທງ​ອານ ຮອງ​ຫົວໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ ຫວຽດນາມ ​ເນັ້ນ​ໜັກ​ວ່າ:

        “ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​: ​ເວທີ​ປາ​ໄສ​ແມ່ນ​ສະຖານ​ທີ່​ເໝາະ​ສົມ​ທີ່​ສຸດ ​ເພື່ອ​ໃຫ້​ວິ​ສາ​ຫະກິດ ຫວຽດນາມ ​ແລະ ສະຫະ​ພັນ ລັດ​ເຊຍ ພົບ​ປະ, ​ແລກປ່ຽນ, ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື, ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ - ​ລົງທຶນ​ໂດຍ​ກົງ. ​ເວທີ​ປາ​ໄສ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແນະນ​ຳ​ເຖິງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກສະຫະພັນ ລັດ​ເຊຍ ບັນດາ​ຜະລິດ​ຕະພັນ​ຂອງ​ຕົ​ນທີ່​ມີ​ຄຸນ​ນະພາ​ບດີ, ຮູບ​ແບບງາມ, ​ເປັນ​ປົກກະຕິ ​ແລະ ລາຄາ​ແກ່ງ​ແຍ້​ງກັນ”

 

ຂ່າວ/ບົດ​ອື່ນ