ເວທີປາໄສສົ່ງເສີມເສດຖະກິດ ຫວຽດນາມ - ຈີນ

(VOVWORLD) -ນີ້ແມ່ນເວທີປາໄສສົນທະນາຂັ້ນສູງ ລະຫວ່າງລັດຖະບານ ແລະ ວິສາຫະກິດ ເພື່ອແນໃສ່ຄົ້ນຄວ້າບັນດາບັນຫາໃຫຍ່ຂອງພາກພື້ນ ແລະ ໃນໂລກ

ວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ກະຂວງການຕ່າງປະເທດ, ເວທີປາໄສອາຊີ ປົວຢາວ, ສະຖານທູດຈີນ ປະຈໍາ ຮ່າໂນ້ຍ, ສະຫະປະຊາຄົມວິສາຫະກິດ ຈີນ ປະຈໍາ ຫວຽດນາມ, ຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ  ສົມທົບກັບ ຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ ຈັດຕັ້ງເວທີປາໄສສົ່ງເສີມເສດຖະກິດ ຫວຽດນາມ - ຈີນ  ດ້ວຍການເຂົ້າຮ່ວມຂອງຜູ້ແທນບາງທ້ອງຖິ່ນ ແລະ ວິສາຫະກິດພາຍໃນປະເທດ.

ເວທີປາໄສສົ່ງເສີມເສດຖະກິດ ຫວຽດນາມ - ຈີນ  - ảnh 1 ທ່ານ ລີ໊ບ໋າວຕຸງ ເລຂາເວທີປາໄສອາຊີ ປົວຢາວ (ພາບ: dantri.com.vn)

        ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ລີ໊ບ໋າວຕຸງ ເລຂາເວທີປາໄສອາຊີ ປົວຢາວ ໃຫ້ຮູ້ວ່າ: ນີ້ແມ່ນເວທີປາໄສສົນທະນາຂັ້ນສູງ ລະຫວ່າງລັດຖະບານ ແລະ ວິສາຫະກິດ ເພື່ອແນໃສ່ຄົ້ນຄວ້າບັນດາບັນຫາໃຫຍ່ຂອງພາກພື້ນ ແລະ ໃນໂລກ. ນັບແຕ່ເມື່ອສ້າງຕັ້ງມາຮອດປັດຈຸບັນ, ນີ້ກໍເປັນຄັ້ງທໍາອິດ ເວທີປາໄສອາຊີ ປົວອາວ ຖືກຈັດຕັ້ງຢູ່ຫວຽດນາມ ເຊິ່ງເປັນປະເທດບ້ານໃກ້ເຮືອນຄຽງມິດຕະພາບ ແລະ ໃນໄລຍະອັນຍາວນານ ຈີນ ໄດ້ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງ ຫວຽດນາມ.

        ເມື່ອເນັ້ນໜັກເຖິງຜົນຂອງການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ - ຈີນ ໃນໄລຍະຜ່ານມາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລນຮວ່າຍຈຸງ ສະເໜີ ລັດຖະບານ, ອໍານາດການປົກຄອງທ້ອງຖິ່ນ ຈີນ ເປີດປະຕູການຕະຫຼາດກວ່າອີກ ໃຫ້ບັນດາຜະລິດຕະພັນ ທີ່ຫວຽດນາມມີທ່າແຮງ ແລະ ຕະຫຼາດຈີນ ມີຄວາມຕ້ອງການ ຄື ບັນດາຜະລິດຕະພັນກະເສດ- ສິນໃນນໍ້າ - ສິນທະເລ, ເຂົ້າສານ..., ບັນດາຜະລິດຕະພັນເອເລັກໂຕນິກ, ເຄື່ອງໃຊ້ສອຍ... ມຸ່ງໄປເຖິງການຄ້າສອງຝ່າຍເຕີບໂຕເປັນປົກກະຕິ ແລະ ຍືນຍົງ. ໃນວິວັດການຜັນຂະຫຍາຍບັນດາໂຄງການຢູ່ຫວຽດນາມ, ສະເໜີບັນດາວິສາຫະກິດ ແລະ ນັກລົງທຶນຈີນ ເອົາໃຈໃສ່ເປັນພິເສດ ເຖິງບັນຫາປົກປັກຮັກສາສິ່ງແວດລ້ອມ, ເອົາໃຈໃສ່ເຖິງຜົນປະໂຫຍດຂອງຊາວຜູ້ອອກແຮງງານ ແລະ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມຢູ່ ຫວຽດນາມກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ