ເວທີປາໄສອາຊີ-ເອີລົບກ່ຽວກັບການຄຸ້ມຄອງແຫຼ່ງນ້ຳສິ້ນສຸດລົງຢ່າງຈົບງາມ

ເວທີປາໄສອາຊີ-ເອີລົບກ່ຽວກັບການຄຸ້ມຄອງແຫຼ່ງນ້ຳສິ້ນສຸດລົງຢ່າງຈົບງາມ - ảnh 1
ເວທີປາໄສອາຊີ-ເອີລົບກ່ຽວກັບການຄຸ້ມຄອງແຫຼ່ງນ້ຳ
(ພາບ: baoxaydung.com.vn)


​(vovworld) - ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ວັນ, ດ້ວຍບົດ​ປະກອບ​ຄວາມ​ເຫັນເກືອບ 40 ບົດ ກໍ່​ຄື​ບັນດາ​ຄຳ​ເຫັນ​ກ່າວ​ປາ​ໄສ​ຂອງ​​ນັກ​ຊ່ຽວຊານ, ນັກ​ປະ​ທະ​ກະຖາ ​ແລະ ຜູ້​ແທນ 180 ຄົນ, ກອງ​ປະຊຸມສຳ​ມະ​ນາ ASEM ກ່ຽວ​ກັບ​ການ “​ເພີ່ມ​ທະວີ​ການ​ສົມທົບ​ກັນ​ເຄື່ອນ​ໄຫວ​ໃນ​ການ​ຄຸ້ມ​ຄ​ອງ​ນ້ຳ ​ແນ​ໃສ່​ກຳນົດ​ທິດ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ພາຍຫຼັງ​ປີ 2015” ​ໄດ້​ສິ້ນ​ສຸດ​ລົງ ​ໃນ​ຕອນ​ບ່າຍ​ວັນ​ທີ 05/06, ຢູ່​ເບັ໋ນ​ແຈ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ ASEM ສຳຄັນ​ທີ່​ສຸດ ​ເຊິ່ງຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ໃນ​ປີ 2015, ປະກອບສ່ວນ​ຍົກ​ສູງ​ລັກສະນະ​ແທດ​ຈິງ ​ແລະ ຍົກ​ສູງ​ການ​ປະກອບສ່ວນ​ຂອງ ASEM ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ, ​ໃນ​ນັ້ນ​ມີ​ບັນ​ຫາ​ຄຸ້ມ​ຄອງ​ນ້ຳ​ແບບ​ຍືນ​ຍົງ​ແຫຼ່ງຊັບພະຍາກອນ​ນ້ຳ. ກອງ​ປະຊຸມ​ສຳ​ມະ​ນາ ASEM ຄັ້ງ​ນີ້ ​ໄດ້​ສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ລະອຽດ​ໃນ​ການ​ຄຸ້ມ​ຄອງ​ແຫຼ່ງຊັບພະຍາກອນນ້ຳ ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຫວຽດນາມ ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ແຜນ​ນະ​ໂຍບາຍ​ເປັນ​ເຈົ້າ​ການ ​ໃນ​ການປະກອບສ່ວນ​ເຂົ້າ​ໃນ​ຄວາມ​ສົນ​ໃຈ​ລວມຂອງ​ປະຊາ​ຄົມ​ສາກົນ, ຢືນຢັນ​ບົດບາດ ​ແລະ ການ​ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ຫວຽດນາມ ທີ່​ມີ​ຕໍ່ ASEM ດ້ວຍ​ຖາ​ນະ​ບົດບາດ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະມາຊິກ​ສ້າງ​ຕັ້ງ​​ເວທີ​ປາ​ໄສ ​ແລະ ຮ່ວມ​ລິ​​ເລີ່​ມສ້າງກົນ​ໄກ​ການ​ເຈລະຈາ ASEM ກ່ຽວ​ກັບ​ການ​ພັດ​ນາ​ແບບ​ຍືນຍົງ.
ຂ່າວ/ບົດ​ອື່ນ