ເວທີປາໄສອາຊີ-ເອີລົບກ່ຽວກັບເສດຖະກິດທີ່ມີຫົວຄິດປະດິດສ້າງ

ເວທີປາໄສອາຊີ-ເອີລົບກ່ຽວກັບເສດຖະກິດທີ່ມີຫົວຄິດປະດິດສ້າງ - ảnh 1
ພາບປະກອບ:internet


(vovworld)-​ເວທີ​ປາ​ໄສ​ດັ່ງກ່າວ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 4/12 ຢູ່ ຮ່າ​ໂນ້ຍ ​ໂດຍ​ກອງ​ທຶນ​ອາຊີ- ​ເອີ​ລົບ, ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ​ສົມທົບ​ກັນ​ຈັດ​ຕັ້ງ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ຊ່ຽວຊານ​ໄດ້​ປຶກສາ​ຫາລື​ບັນດາ​ນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ ປະກອບສ່ວນ​ສ້າງ​ເສດຖະກິດ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ຢູ່ ​ເອີ​ລົບ ​ແລະ ອາຊີ; ຄວາມ​ສາມາດ​ບົ່ມ​ຊ້ອນ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ເກີດ​ຂຶ້ນ​ໃນ​ວິວັດ​ການ​ພັດທະນາ; ​ ​ບັນດາ​ແຫ​ລ່ງ​ເງິນລົງທຶນ, ມາດ​ຕະການ​ທີ່​ຈຳ​ເປັນ​ ຮັບປະກັນ​ການ​ປະຕິບັດ​ນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ດັ່ງກ່າວ​ສຳ​ເລັດ​ຜົນ. ບັນດາ​ຜູ້​ຊ່ຽວຊານ​ກໍ​ສະ​ເຫ​ນີກ່ຽວ​ກັບ​ນະ​ໂຍບາຍ​ເພື່ອ​ລາຍ​ງານ​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ວັດທະນະທຳ ອາຊີ - ​ເອີ​ລົບ ຄັ້ງ​ທີ 6 ຊື່​ງຈະ​ຈັດ​ຂຶ້ນ​ໃນ​ປີ 2014.

ຂ່າວ/ບົດ​ອື່ນ