ເວທີປາໄສຮ່ວມມືຊັບພະຍາກອນໂລຫະແບບຍືນຍົງຫວຽດນາມ-ອົດສະຕາລີ2015

ເວທີປາໄສຮ່ວມມືຊັບພະຍາກອນໂລຫະແບບຍືນຍົງຫວຽດນາມ-ອົດສະຕາລີ2015 - ảnh 1
(ພາບ​ປະ​ກອບ​ຈາກ Hùng Võ/Vietnam+)

(vovworld) – ​​ ​​ເວ​ທີ​ປ​າ​ໄສ ຮ່ວມ​ມື​ຊັບ​ພະ​ຍາ​ກອນບໍ່​ແຫ່​ແບບ​ຍືນ​ຍົງ​ ຫວຽດ​ນາມ - ອົດ​ສະ​ຕາ​ລີ ປີ 2015 ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 19/3, ຢູ່​ຮ່າ​ໂນ້ຍ, ໂດຍ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ​ຫວຽດ​ນາ​ມ ສົມ​ທົບ​ກັບ​ສະ​ຖານ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ ຫວຽດ​ນາມ ແລະ ສະ​ມາ​ຄົມ​ບັນ​ດາ​ວິ​ສາ​ຫະ​ກິດ​ບໍ​ລິ​ການ​​ເຕັກ​ໂນ​ໂລຢ​ີ - ອຸ​ປະ​ກອນບໍ່​ແຮ່ ອົດ​ສະ​ຕາ​ລີ ຈັດ​ຕັ້ງ. ເວ​ທີ​ປາ​ໄສ​ແມ່ນ​ຂົວ​ຕໍ່​​ເພື່ອ​ໃຫ້ບັນ​ດາ​ອົງ​ການ​ຄ​ຸ້ມ​ຄ​ອງ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ຊັບ​ພະ​ຍາ​ກອນ​​ໂລ​ຫະ​ຂອງ 2 ປະ​ເທດ​ພົບ​ປະ, ແລກ​ປ່ຽນ, ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ໂລ​ຫະຕາມ​ທິດ​ຍືນ​ຍົງ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ຄຸ້ມ​ຄອງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​​ໂລ​ຫະຢ່າງ​ມີ​ປ​ະ​ສິດ​ທິ​ຜົນ. ນີ້ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ ຫວຽດ​ນາມ ສຳ​ພັດ​ກັບ​ບັນ​ດາ​ເຕັກ​ໂນ​ໂລ​ຢີ, ອຸ​ປະ​ກອນ​ຂຸດ​ຄົ້ນ​​ໂລ​ຫະທີ່​ທັນ​ສະ​ໄໝ ແລະ ບັນ​ດາ​ບໍ​ລິ​ການ​​ໃຫ້​ຄຳ​ປຶກ​ສາ​ຂອງ ອົດ​ສະ​ຕາ​ລີ. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ຫງວຽນ​ມິງກວາງ, ໃຫ້​ຮູ້​ວ່າ: ຍຸດ​ທະ​ສາດ​ຊັບ​ພະ​ຍາ​ກອນ​ໂລ​ຫະຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030 ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອະ​ນຸ​ມັດ​ຜ່ານ, ໃນ​ນັ້ນ​ຊີ້​ແຈ້ງວ່​າ: ການ​ສຳຫຼວດ, ຂຸດ​ຄົ້​ນ​ຊັບ​ພະ​ຍາ​ກອນ​ໂລ​ຫະ​ຕ້ອງ​ຕິດ​ພັນ​ກັບ​ການ​ປຸງ​ແຕ່ງ ແລະ ນຳ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ເພື່ອ​ປະ​ຕິ​ບັດ​ຍຸດ​ທະ​ສາດນີ້, ຫວຽດ​ນາມ ຕັ້ງ​ໜ້າ​ຍູ້​ແຮງ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຮັບ​ເອົາ​ວິ​ທະ​ຍາ​ສາດ​ທີ່​ທັນ​ສະ​ໄໝ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ທີ່​ກ້າວ​ໜ້າ​ໃນ​ການ​ສຳຫຼວດ, ຂຸດ​ຄົ້ນ ແລະ ປຸງ​ແຕ່ງ​ຊັບ​ພະ​ຍາ​ກອນ​ໂລ​ຫະ, ສົ່ງ​ເສີມ​ການ​ຮ່ວມ​ມື​ສຳຫຼວດ, ຂຸດ​ຄົ້ນ. ໂຄງ​ການ​ຮ່ວມ​ມື​ຊັບ​ພະ​ຍາ​ກອນໂລ​ຫະ​ແບບ​ຍືນ​ຍົງ​ກັບ ອົດ​ສະ​ຕາ​ລີ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ໄດ້​ຮັບ​ການ​ບຸ​ລິ​ມະ​ສິດ ແລະ ເອົາ​ໃຈ​ໃສ່​ທີ່​ສຸດ.

 


ຂ່າວ/ບົດ​ອື່ນ