ເວທີປາໄສຮ່ວມມືສາກົນ Aichi – Nagoya ກັບບັນດາປະເທດອາຊຽນ

ເວທີປາໄສຮ່ວມມືສາກົນ Aichi – Nagoya ກັບບັນດາປະເທດອາຊຽນ - ảnh 1
(ເວ​ທີ​ປາ​ໄສ​ຮ່ວ​ມ​ມື​ສາ​ກົນ Aichi – Nagoya ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ)

(vovworld) - ​ໃນ​ລະ​ຫວ່າງວັນ​ທີ 07 – 08/02, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ຍີ່​ປຸ່ນ ຫງວຽນ​ກ໋ວກ​ເກື່ອງ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​​​ສະ​ຖານ​ທູດ​ຂຶ້ນ​ກັນ​ອາ​ຊຽນ ໄປ​ຢ້ຽມ​ຢາມ​ແຂວງ Aichi ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຮ່ວມ​ມື​ສາ​ກົນ Aichi – Nagoya ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ. ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ມີ​ຜູ້​ທນ 150 ທ່ານ, ຕົ້ນ​ຕໍ່​ແມ່ນ​ບັນ​ດາວ​ິ​ສາ​ຫະ​ກິດ​ພາກ​ພື້ນ​ຂອງແຂວງ Aichi ແລະ ເຂດ Chubu.

        ກ່າວ​ຄຳ​ເຫັນ​ໄຂ​ເວ​ທີ​ປາ​ໄສ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ກ໋ວກ​ເກື່ອງ ເນັ້ນ​ໜັກ​ວ່າ, ບັນ​ດາ​ປະ​ເທດ​ອາ​ຊຽນ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ກັບ​ຍີ່​ປຸ່ນ ແລະ ປະ​ຈຸ​ບັນ ຍີ່​ປຸ່ນ ແມ່ນ​ຄູ່​​ດ້ານການ​ຄ້າ ແລະ ລົງ​ທຶນ​ໂດຍ​ກົງ​ໃຫຍ່​ອັນ​ກັບ 2 ຂອງ​ອາ​ຊຽນ. ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທ​ູດ ຫງວຽນ​ກ໋ວກ​ເກື່ອງ ເນັ້ນ​ໜັກ​ເຖິງບັນ​ດາ​ຄວາມ​ສາ​ມາດ​ບົ​ມ​ຊ້ອນ ແລະ ທ່າ​ແຮງ​ຂອງ​ຫວຽດ​ນາມ ເຊິ່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ເພື່ອນ​ມິດ​ສາ​ກົນ, ນັ້ນ​ແມ່ນ​ຄວາມ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ​… ພິ​ເສດ, ບັນ​ດາ​ຜູ້​ແທນ​ເອົາ​ໃຈ​ໃສ່​​ທີ່​ສຸດ ແລະ ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ບັນ​ດາ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ແຮງ​ຂອງ​ພັກ ແລະ ລັດ​ຫວຽດ​ນາມ ໃນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​​ດຳ​ເນີນ​ທຸ​ລະ​ກິດ​ທີ່​ນັບ​ມື້​ນັບປ​ອດ​ໄສ ແລະ ​ສະ​ດວກ​ສະ​ບາຍຢູ່​ຫວຽດ​ນາມ, ໂດຍ​ສະ​ເພາະ​ແມ່ນ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ລັດ​ຖະ​ບານ​ຊັດ​ຊື່ບໍ​ລິ​ສຸດ, ສ້າງ​ສັນ, ກະ​ທຳ ແລະ ຮັບ​ໃຊ້​ປະ​ຊາ​ຊົນ, ຮັບ​ໃຊ້​ວິ​ສາ​ຫະ​ກິດ.

ຂ່າວ/ບົດ​ອື່ນ