ເວທີປາໄສເດັກນ້ອຍແຫ່ງຊາດ ດ້ວຍຫົວຂໍ້ປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ,ທານູນເດັກ

(VOVWORLD) - ເຂົ້າຮ່ວມພິທີໄຂ ເວທີປາໄສເດັກນ້ອຍແຫ່ງຊາດ ໃນຕອນເຊົ້າວັນທີ 24 ສິງຫາ, ແມ່ນເດັກນ້ອຍ 200 ຄົນມາຈາກ 48 ແຂວງ, ນະຄອນ, ບັນດາສູນເດັກນ້ອຍ SOS ແລະ ສູນຟື້ນຟູອະໄວຍະວະຄົນພິການ ຖູ້ຍອານ (ແຂວງ ຫາຍຟ່ອງ). 
ເວທີປາໄສເດັກນ້ອຍແຫ່ງຊາດ ດ້ວຍຫົວຂໍ້ປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ,ທານູນເດັກ - ảnh 1ທ່ານນາງ ດ່າວຮົ່ງລານ, ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ແລະ ພວກນ້ອງເຂົ້າຮ່ວມເວທີປາໄສ 

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງ ດ່າວຮົ່ງລານ, ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຢືນຢັນວ່າ:ເດັກນ້ອຍແມ່ນອະນາຄົດຂອງປະເທດຊາດ. ຫວຽດນາມ ຕ້ອງການມີລຸ້ນຄົນໜຸ່ມມີພຸມປັນຍາ, ເຊື່ອໝັ້ນຕົນເອງ, ຂະຫຍັນຂັນເຄື່ອນ, ດັ່ງນັ້ນ, ນັບແຕ່ປະຈຸບັນຈາກ ຜູ້ໃຫຍ່ຕ້ອງສ້າງໂອກາດເພື່ອໃຫ້ເດັກນ້ອຍໄດ້ສຳຜັດກັບຂ້ໍມູນຂ່າວສານ, ສະແດງຄວາມມຸ່ງມາດປາດຖະໜາ, ຄວາມຄິດເຫັນ. ເວທີປາໄສແຫ່ງຊາດ ແມ່ນໂອກາດທີ່ດີໃຫ້ເດັກນ້ອຍສະແດງຄວາມມຸ່ງຫວັງ, ຄວາມປາດຖະໜາຂອງຕົນ:

        “ໂດຍໄດ້ຕາງໜ້າໃຫ້ແກ່ເດັກນ້ອຍໃນທຸກແຖບຖິ່ນຂອງປະເທດຊາດ, ມີສານ, ຂໍ້ສະເໜີແນະເຖິງເວທີປາໄສເດັກນ້ອຍແຫ່ງຊາດຄັ້ງທີ 5 ໃນມື້ນີ້, ພວກຫຼານຈົ່ງຕັ້ງໃຈ, ມີຫົວຄິດປະກິດສ້າງ, ຂະຫຍັນຂັນເຄື່ອນ, ເຊື່ອໝັ້ນຕົນເອງ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງເວທີປາໄສ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງກໍ່ຮູ້ໄດ້ຄວາມມຸ່ງມາດປາດຖະໜາຂອງເດັກນ້ອຍໃນທົ່ວປະເທດນັບໝື່ນລ້ານຄົນ.”

ຕອບກັບ

ຂ່າວ/ບົດ​ອື່ນ