ເວທີປາໄສເສດຖະກິດ ຫວຽດນາມ ຜ່ານເຄິ່ງອາຍຸການຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ

(VOVWORLD) - ກໍ່ຖອດຖອນບົດຮຽນ, ຍົກອອກບັນດາມາດຕະການເພື່ອປະຕິບັດສຳເລັດບັນດາຄາດໝາຍກ່ຽວກັບດ້ານເສດຖະກິດເຊິ່ງມະຕິກອງປະຊຸມໃຫຍ່ຂອງພັກທຸກຂັ້ນໄດ້ວາງອອກ
ເວທີປາໄສເສດຖະກິດ ຫວຽດນາມ ຜ່ານເຄິ່ງອາຍຸການຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ - ảnh 1 “ເວທີປາໄສເສດຖະກິດ ຫວຽດນາມ ຜ່ານເຄິ່ງອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ”

ຕອນເຊົ້າວັນທີ 12 ທັນວາ, ຢູ່ ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງໄດ້ຈັດ “ເວທີປາໄສເສດຖະກິດ ຫວຽດນາມ ຜ່ານເຄິ່ງອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ”. ທີ່ເວທີປາໄສ, ບັນດາຜູ້ແທນແມ່ນນັກວິທະຍາສາດໄດ້ໄຈ້ແຍກ, ອະທິບາຍ, ເຮັດແຈ້ງຫຼາຍບັນຫາສຳຄັນກ່ຽວກັບໝາກຜົນທີ່ບັນລຸໄດ້ໃນການປະຕິບັດບັນດາມະຕິກ່ຽວກັບເສດຖະກິດຜ່ານເຄິ່ງ ອາຍຸການຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໃນແຕ່ລະຂົງເຂດລະອຽດ. ພ້ອມນັ້ນ, ຍົກອອກບັນດາຄວາມຫຍຸ້ງຍາກ, ສິ່ງກີດຂວາງ ໃນການປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ທຸກຂັ້ນ ແຕ່ຕົ້ນອາຍຸການມາຮອດປະຈຸບັນ. ຈາກນັ້ນ, ກໍ່ຖອດຖອນບົດຮຽນ, ຍົກອອກບັນດາມາດຕະການເພື່ອປະຕິບັດສຳເລັດບັນດາຄາດໝາຍກ່ຽວກັບດ້ານເສດຖະກິດເຊິ່ງມະຕິກອງປະຊຸມໃຫຍ່ຂອງພັກທຸກຂັ້ນໄດ້ວາງອອກ.

        ແຕ່ຕົ້ນອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII (2021 – 2026) ມາຮອດປະຈຸບັນ, ພັກກອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມສຳຄັນຫຼາຍຄັ້ງ, ມີລັກສະນະຍຸດທະສາດ. ຈຸດເດັ່ນສຳຄັນແມ່ນ ກອງປະຊຸມທົ່ວປະເທດ 6 ຄັ້ງ ກ່ຽວກັບ 6 ຂົງເຂດເຊິ່ງໄດ້ຈັດຂຶ້ນໃນປີທຳອິດທີ່ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ຫຼັງຈາກນັ້ນ, ເປັນຄັ້ງທຳອິດທີ່ກົມການເມືອງ ໄດ້ປະກາດໃຊ້ມະຕິ 6 ສະບັບ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ 6 ເຂດຍຸດທະສາດໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ