ເວທີປາໄສເສດຖະກິດ ອີຕາລີ - ຫວຽດນາມ: ຊຸກຍູ້ການຄ້າ ຫວຽດນາມ - ອີຕາລີ

(VOVWORLD) - ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮືງ ຕີລາຄາຄວາມສາມາດບົ່ມຊ້ອນການຮ່ວມມືເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ ແລະ ອີຕາລີ ແມ່ນໃຫຍ່ຫຼວງ. ເວທີປາໄສ ຫວຽດນາມ ແລະ ອີຕາລີ  ຄັ້ງນີ້ແມ່ນຈັດຂຶ້ນຖືກຈຸດເວລາ
ເວທີປາໄສເສດຖະກິດ ອີຕາລີ - ຫວຽດນາມ: ຊຸກຍູ້ການຄ້າ ຫວຽດນາມ - ອີຕາລີ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮືງ  (ພາບ:Hải Linh/ TTXVN)

ຄາດວ່າ, ສະຖານທູດ ຫວຽດນາມ ປະຈຳ ອີຕາລີ ຈະສົມທົບກັບອົງການສົ່ງເສີມການຄ້າ ອີຕາລີ (ICE) ຈະຈັດເວທີປາໄສເສດຖະກິດ ອີຕາລີ - ຫວຽດນາມ ໃນວັນທີ 19 ກັນຍາ ຢູ່ນະຄອນຫຼວງ Rome. ກ່ອນທີ່ຈັດເຫດການນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮືງ ໄດ້ຊີ້ແຈ້ງບັນດາມາດຕະການຊຸກຍູ້ການຄ້າ ຫວຽດນາມ - ອີຕາລີ.

ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮືງ ຕີລາຄາຄວາມສາມາດບົ່ມຊ້ອນການຮ່ວມມືເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ ແລະ ອີຕາລີ ແມ່ນໃຫຍ່ຫຼວງ. ເວທີປາໄສ ຫວຽດນາມ ແລະ ອີຕາລີ  ຄັ້ງນີ້ແມ່ນຈັດຂຶ້ນຖືກຈຸດເວລາ, ເມື່ອໂລກລະບາດໂຄວິດ -19 ພວມຄ່ອຍໆສິ້ນສຸດລົງ. ທັງ ຫວຽດນາມ ແລະ ອີຕາລີ ມີລະດັບການຟື້ນຟູ ແລະ ພັດທະນາເສດຖະກິດດີພໍສົມຄວນ.

          ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮືງ ເນັ້ນໜັກວ່າ, ວຽກງານສົ່ງເສີມການຄ້າເຊິ່ງເວທີປາໄສຄັ້ງນີ້ແມ່ນສຳຄັນທີ່ສຸດ, ຜ່ານນັ້ນດຶງດູດຄວາມສົນໃຈເປັນຈຳນວນຫຼາຍຂອງວິສາຫະກິດ ອີຕາລີ ກ່ຽວກັບກາລະໂອກາດທຳມາຫາກິນອັນດີງາມກັບ ຫວຽດນາມ. ທີສອງແມ່ນຍູ້ແຮງຜັນຂະຫຍາຍການຮ່ວມມືກັບບັນດາທ້ອງຖິ່ນ ອີຕາລີ, ຈຸດສຸມແມ່ນຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ. ທີສາມ, ແມ່ນເຂົ້າຮ່ວມບັນດາງານວາງສະແດງ, ງານຕະຫຼາດນັດໂດຍ ອີຕາລີ ຈັດຕັ້ງ, ແນະນຳບັນດາປະເພດສິນຄ້າ, ຄວາມສາມາດການສະໜອງຂອງ ຫວຽດນາມ ແລະ ເຊື່ອມຕໍ່ບັນດາກາລະໂອກາດທຳມາຫາກິນ, ດຳເນີນທຸລະກິດ. ທີສີ່ແມ່ນ, ເຊື່ອມຕໍ່, ໜູນຊ່ວຍ, ຮ່ວມເດີນທາງພ້ອມກັບບັນດາຄະນະການນຳ ແລະ ວິສາຫະກິດທ້ອງຖິ່ນຂອງ ຫວຽດນາມ ໃນບັນດາລາຍການສົ່ງເສີມການຄ້າ, ການລົງທຶນຢູ່ ອີຕາລີ. ທີຫ້າ ແມ່ນໜູນຊ່ວຍແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ບັນດາວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ