ເວທີປາໄສເສດຖະກິດຫວຽດນາມ-ສ.ເກົາຫຼີປິ2015

ເວທີປາໄສເສດຖະກິດຫວຽດນາມ-ສ.ເກົາຫຼີປິ2015 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ
(ພາບປະກອບ)


(vovworld) – ເວທີ​ປາ​ໄສ​ເສດຖະກິ​ດຫວຽດນາມ​-ສ.​ເກົາຫຼີ ປີ2015​ໂດຍ​ຫ້ອງການ​ການ​ຄ້າ ​ແລະ ອຸດ​ສາ​ຫະກຳ​ຫວຽດນາມ ​ເປັນ​ຜຸ້ຈັດ​ຕັ້ງ, ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 13/11, ຢູ່​ຮ່າ​ໂນ້ຍ, ​ເພື່ອ​ແນ​ໃສ່​​ແລກປ່ຽນ ​ແລະ ຊຸກ​ຍູ້ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະກິດ, ນັກ​ລົງທຶນ 2 ປະ​ເທດ ​ໃນ​ສະພາບ​ປະຕິບັດ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ສ.​ເກົາຫຼີ. ກ່າວ​ຄ​ຳ​ເຫັນ​ທີ່​ກອງ​ປ​ະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ຖື​ວ່າ, ນີ້​ແມ່ນ​ກາລະ​ໂອກາດ​ໃຫຍ່​ຫຼວງ​ເພື່ອ​ໃຫ້​ວົງ​ການ​ນັກທຸລະກິດ, ບັນດາ​ນັກ​ລົງທຶນ 2 ປະ​ເທດ​ສືບ​ຕໍ່​ເປີດ​ກວ້າງການ​ຮ່ວມ​ມື, ​ເພີ່​ມທະວີ​ການ​ແລກປ່ຽນ​ການ​ຄ້າ, ນຳ​ໃຊ້​ບັນດາ​ທ່າ​ໄດ້​ປຽບຂອງ​ກັນ​ໃຫ້​ຫຼາຍ​ຫວ່າ ​ເພື່ອ​ການຮ່ວມ​ມື​​ແບບ​ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຫຍດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ, ປະຊາ​ຄົມ​ວິ​ສາ​ຫະກິດສ.​ເກົາຫຼີ ສືບ​ຕໍ່​ເອົາ​​ໃຈ​ໃສ່, ​ເປີດ​ກວ້າງ​ການ​ລົງທຶນ​ເຂົ້າ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຄື: ກະສິກຳ, ການ​ສຶກສາ, ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ພະລັງງານ…

ຂ່າວ/ບົດ​ອື່ນ