ເວທີປາໄສເສດຖະກິດເອີລົບຢູ່ ໂປໂລຍ: ກຳລັງໜູນຊຸກຍູ້ການພົວພັນເສດຖະກິດ ຫວຽດນາມ - ອີຢູ

(VOVWORLD) - ທ່ານ ຫວູດັງຢູ້ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ໄດ້ແນະນຳກ່ຽວກັບ 6 ທ່າແຮງແກ່ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ ສຳລັບບັນດານັກລົງທຶນຈາກເອີລົບ

ໃນຂອບເຂດເວທີປາໄສເສດຖະກິດ ເອີລົບ (ECC) ຄັ້ງທີ 10 ຫາກໍ່ດຳເນີນຢູ່ນະຄອນຫຼວງ Vacsava, ປະເທດ ໂປໂລຍ, ເປັນຄັ້ງທຳອິດສຳນັກງານຄະນະກຳມະການ ອາຊຽນ ຢູ່ Vacsava ຈັດຕັ້ງວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບການຮ່ວມມືເສດຖະກິດ ອາຊຽນ - EU. ທີ່ວາລະປຶກສາຫາລື, ບັນດາບັນຫາກ່ຽວຂ້ອງເຖິງສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ໄດ້ດຶງດູດຄວາມສົນໃຈ, ເອົາໃຈໃສ່ຂອງບັນດານັກປາຖະກະຖາ ແລະ ຜູ້ແທນເຂົ້າຮ່ວມ. ທ່ານ ຫວູດັງຢູ້ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ໄດ້ແນະນຳກ່ຽວກັບ 6 ທ່າແຮງແກ່ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ ສຳລັບບັນດານັກລົງທຶນຈາກເອີລົບ, ໃນນັ້ນ ມີກາລະໂອກາດຈາກເລື່ອງ ຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າເສລີ (FTA) ກັບບັນດາພື້ນຖານເສດຖະກິດພັດທະນາຢູ່ ອາເມລິກາ ເໜືອ, ເອີລົບ ແລະ ອາຊີ. ເລື່ອງ ຫວຽດນາມ ຢຶດໝັ້ນການປະຕິຮູບລະບອບນະໂຍບາຍ ແລະ ສັງຄົມຈະສືບຕໍ່ເປີດບັນດາກາລະໂອກາດໃໝ່ໃນການພັດທະນາເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ