ເວທີປາໄສເສດຖະກິດໂລກ(WEF) ເລື່ອນວັນເວລາຈັດກອງປະຊຸມສຸດຍອດປະຈຳປີ

(VOVWORLD) -ກອງປະຊຸມຄາດວ່າຈະແກ້ໄຂບັນດາບັນຫາເສດຖະກິດ, ສິ່ງແວດລ້ອມ, ດ້ານການເມືອງ ແລະ ສັງຄົມ ຍ້ອນໂລກລະບາດໂຄວິດ 19.
ເວທີປາໄສເສດຖະກິດໂລກ(WEF) ເລື່ອນວັນເວລາຈັດກອງປະຊຸມສຸດຍອດປະຈຳປີ - ảnh 1(ພາບ: Reuters)

ວັນທີ 20 ທັນວາ, ເວທີປາໄສເສດຖະກິດໂລກ(WEF) ໄດ້ປະກາດຈະເລື່ອນວັນເວລາຈັດກອງປະຊຸມປະຈຳປີຊື່ງຄາດວ່າຈະດຳເນີນໃນເດືອນມັງກອນປີ 2022 ຢູ່ Davos ປະເທດສະວິດ ຍ້ອນສະພາບການຜັນແປ່ຂອງໂລກລະບາດໂຄວິດ 19 ທີ່ກ່ຽວຂ້ອງເຖິງການພັນ Omicron ຍາກທີ່ຄາດຄະເນໄດ້ . ແທນທີ່ນັ້ນ ກອງປະຊຸມ WEF ປີ 2022 ເຕົ້າໂຮມບັນດາປະມຸກລັດ ແລະ ການນຳກຸ່ມບໍລິສັດ, ວິສາຫະກິດໃນທົ່ວໂລກ ..ຈະໄດ້ຈັດຂຶ້ນໃນຕົ້ນລະດູແລ້ງປີ 2022.

ຕາມແຜນການກ່ອນນີ້, WEF ຈະດຳເນີນແຕ່ວັນທີ 17-22 ມັງກອນປີ 2022 ຢູ່ Davos ດ້ວຍຫົວຂໍ້ “ພ້ອມກັນເຮັດວຽກ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ”. ກອງປະຊຸມຄາດວ່າຈະແກ້ໄຂບັນດາບັນຫາເສດຖະກິດ, ສິ່ງແວດລ້ອມ, ດ້ານການເມືອງ ແລະ ສັງຄົມ ຍ້ອນໂລກລະບາດໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ