ເວັບ​ໄຊ Foreignpolicy ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ນຳ​ພາ​ຂອງ​ຫວຽດ​ນາມ​ໃນ ອາ​ຊຽນ.

(VOVWORLD) -ເວັບໄຊ Foreignpolicy ຂອງ ອາເມລິກາ ໄດ້ລົງບົດຂຽນໃນວັນທີ 31 ກໍລະກົດ ດ້ວຍຫົວຂໍ້ວ່າ: “ຫວຽດນາມ ສາມາດຮັບປະກັນບົດບາດນຳພາ ອາຊຽນ”. 
ເວັບ​ໄຊ Foreignpolicy ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ນຳ​ພາ​ຂອງ​ຫວຽດ​ນາມ​ໃນ ອາ​ຊຽນ. - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທິ 36  (ພາບປະກອບ: TTXVN)

ຕາມບົດຂຽນແລ້ວ, ສະພາບຕົວຈິງໄດ້ສະແດງໃຫ້ເຫັນວ່າ ບັນດາມາດຕະການຮັບມືຢ່າງປະທັບໃຈຂອງຫວຽດນາມ ຕໍ່ໂລກລະບາດໂຄວິດ - 19 ມາຮອດຈຸດເວລານີ້ແມ່ນໄດ້ຮັບຄວາມເຄົາລົບ ແລະ ຢັ້ງຢືນຈາກບັນດາປະເທດໃນໂລກ. ບັນດານັກເສດຖະກິດຈາກທະນາຄານໂລກ, ກອງທຶນເງິນຕາສາກົນ ແລະ ທະນາຄານພັດທະນາ ອາຊີ ໄດ້ຄາດຄະເນວ່າ ຫວຽດນາມ ມີບັນດາໂອກາດດີທີ່ສຸດໃນພາກພື້ນເພື່ອຫຼຸດພົ້ນອອກຈາກວິກິດການເສດຖະກິດໃນໄລຍະຫຼັງໂຄວິດ - 19. ນີ້ແມ່ນການຫັນປ່ຽນທີ່ສຳຄັນກ່ຽວກັບທີ່ຕັ້ງບົດບາດຂອງຫວຽດນາມ ໃນ ອາຊຽນ.

 


ຕອບກັບ

ຂ່າວ/ບົດ​ອື່ນ