ເສດ​ຖະ​ກິດ ຫວຽດ​ນາມ ສະ​ຫວ່າງ​ສະ​ໄຫວ ກວ່າໃນ​ປີ 2022

(VOVWORLD) -ທະນາຄານ HSNC ໃຫ້ຂໍ້ສັງເກດວ່າ: ເສດຖະກິດ ຫວຽດນາມ ອາດຈະກັບຄືນສູ່ ການເຕີບໂຕ GDP ຢູ່ໃນລະດັບ 6,8% ໃນປີ 2022, ຕົ້ນຕໍແມ່ນຍ້ອນກະແສລົງທຶນຕ່າງປະເທດກັບຄືນເຄື່ອນໄຫວຢ່າງແຮງ, ໂດຍສຸມໃສ່ບັນດາຂົງເຂດຜະລິດ ແລະ ພັດທະນາຂຽວ.



ປີ 2022, ເສດຖະກິດ ຫວຽດນາມ ຈະມີສັນຍານທີ່ສະຫວ່າງສະໄຫວກວ່າ ເຖິງວ່າຍັງຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ກໍຕາມ. ຫວຽດນາມ ພວມນອນໃນກຸ່ມບັນດາປະເທດທີ່ມີອັດຕາຜູ້ສັກວັກຊິນສູງທີ່ສຸດໃນໂລກ. ພ້ອມດຽວກັນນັ້ນ ແມ່ນແຜນນະໂຍບາຍຮັບມືກັບໂລກລະບາດຢ່າງປອດໄພ, ຄ່ອງຕົວມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ. ນີ້ໄດ້ຮັບຖືວ່າແມ່ນພື້ນຖານສຳຄັນເພື່ອຟື້ນຟູເສດຖະກິດຢ່າງວ່ອງໄວ. ນັ້ນແມ່ນການຄາດຄະເນຂອງຫຼາຍອົງການຈັດຕັ້ງ, ສະຖາບັນການເງິນ ແລະ ປະຊາຄົມວິສາຫະກິດເມື່ອຕີລາຄາກ່ຽວກັບເສດຖະກິດ ຫວຽດນາມ ໃນປີ 2022.

        ໃນເອກະສານສະບັບເພີ່ມເຕີບປະຈຳໄລຍະຂອງບົດລາຍງານແງ່ຫວັງພັດທະນາອາຊີ 2021 ທີ່ໄດ້ປະກາດຫວ່າງມໍ່ໆມານີ້, ທະນາຄານພັດທະນາ ອາຊີ (ADB) ຍັງຮັກສາອັດຕາຄາດຄະເນລະດັບການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ 2022 ຢູ່ໃນລະດັບ 6,5%. ທະນາຄານ ADB ໃຫ້ຂໍ້ສັງເກດວ່າ ການເຄື່ອນໄຫວສົ່ງອອກຈະສືບຕໍ່ແມ່ນກຳລັງໜູນເຕີບໂຕ.

        ທະນາຄານ HSNC ໃຫ້ຂໍ້ສັງເກດວ່າ: ເສດຖະກິດ ຫວຽດນາມ ອາດຈະກັບຄືນສູ່ ການເຕີບໂຕ GDP ຢູ່ໃນລະດັບ 6,8% ໃນປີ 2022, ຕົ້ນຕໍແມ່ນຍ້ອນກະແສລົງທຶນຕ່າງປະເທດກັບຄືນເຄື່ອນໄຫວຢ່າງແຮງ, ໂດຍສຸມໃສ່ບັນດາຂົງເຂດຜະລິດ ແລະ ພັດທະນາຂຽວ.

        ທ່ານ Tin Evans, ຜູ້ອຳນວຍການໃຫຍ່ HSBC ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ສືບຕໍ່ແມ່ນສະຖານທີ່ດູດດື່ມສຳລັບການລົງທຶນໂດຍກົງຈາກຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ